ກອງປະຊຸມສາກົນກ່ຽວກັບການ “ເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງແລະປັບປຸງສັນຕິພາບ”

(VOVWORLD) -ຫວຽດນາມ ຈະຈັດກອງປະຊຸມສາກົນກ່ຽວກັບການ “ເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງແລະປັບປຸງສັນຕິພາບ: ຈາກຄຳໝັ້ນສັນຍາເຖິງໝາກຜົນ”.

ກອງປະຊຸມສາກົນກ່ຽວກັບການ “ເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງແລະປັບປຸງສັນຕິພາບ” - ảnh 1  ຫວຽດນາມ ຈະຈັດກອງປະຊຸມສາກົນກ່ຽວກັບການ “ເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງແລະປັບປຸງສັນຕິພາບ: ຈາກຄຳໝັ້ນສັນຍາເຖິງໝາກຜົນ”

(ພາບປະກອບ)

ໃນລະຫວ່າງວັນທີ 07 – 09 ທັນວາ, ຢູ່ຮ່າໂນ້ຍ, ຫວຽດນາມ ຈະຈັດກອງປະຊຸມສາກົນກ່ຽວກັບການ “ເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງແລະປັບປຸງສັນຕິພາບ: ຈາກຄຳໝັ້ນສັນຍາເຖິງໝາກຜົນ”. ເຂົ້າຮ່ວມກອງປະຊຸມມີຜູ້ແທນສາກົນປະມານ 150 – 200 ທ່ານ, ໃນນັ້ນມີຮອງເລຂາທິການໃຫຍ່ 3 ທ່ານ ແລະ ເຈົ້າໜ້າທີ່ຂັ້ນສູງຂອງສະຫະປະຊາຊາດ, ຜູ້ຕາງໜ້າບັນດາປະເທດສະມາຊິກສະຫະປະຊາຊາດຫຼາຍທ່ານ. ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ. ກອງປະຊຸມນີ້ຖືກຈັດຂຶ້ນແມ່ນເພື່ອແນໃສ່ສຳຫຼວດກວດຄືນໄລຍະ 20 ປີແຫ່ງການປະຕິບັດມະຕິເລກທີ 1325 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ປຶກສາຫາລືບັນດາໝາກຜົນທີ່ບັນລຸໄດ້ ກໍຄືບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ບົນພື້ນຖານນັ້ນ, ສະເໜີທິດທາງສົມທົບກັບນະໂຍບາຍ ແລະ ການກະທຳຂອງປະຊາຄົມສາກົນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ