ກອງປະຊຸມສາກົນກ່ຽວກັບການກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ

(VOVWORLD) -ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ ນະຄອນ ດົງເຮີຍ, ແຂວງ ກວ໋າງບີງ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ສູນກາງແນວລາວ ສ້າງຊາດ ໄດ້ຈັດຕັ້ງກອງປະຊຸມສາກົນກ່ຽວກັບການກໍ່ສ້າງເຊັ້ນຊາຍແດນ ຫວຽດນາມ - ລາວ ເປັນເສັ້ນຊາຍແດນແຫ່ງ ສັນຕິພາບ, ສະຖຽນລະພາບ, ການຮ່ວມມືຮອບດ້ານ ພ້ອມກັນພັດທະນາໄລຍະ 2017 – 2020. 
ກອງປະຊຸມສາກົນກ່ຽວກັບການກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ທ່ານເຈີນແທງເໝີນ, ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ທ່ານ ຄຳໄບ ດຳລັດ, ຮອງປະທານແນວລາງສ້າງຊາດ ເປັນປະທານຮ່ວມກອງປະຊຸມ. ທີ່ກອງປະຊຸມ, ສອງຝ່າຍເປັນເອກະພາບກັນທາງດ້ານທິດທາງ, ຫນ້າທີ່ສົມທົບກັນກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ  ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ການຮ່ວມມືພ້ອມກັນພັດທະນາໄລຍະ 2017 – 2020. ທ່ານ ເຈີນແທງເໝີນ, ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນວ່າ:

        “ ອົງການແນວໂຮມປະເທດຊາດ ຫວຽດນາມ ແລະ ອົງການແນວລາວສ້າງຊາດ ຕັດສິນໃຈພ້ອມກັນຮັກສາ ແລະ ພັດທະນາສາຍພົວພັນບໍລິສຸດຜຸດຜ່ອງ, ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດ. ກອງປະຊຸມແມ່ນການພິສູດຢ່າງມີຊີວິດຊີວາໃຫ້ແກ່ບັນດາການເຄື່ອນໄຫວແທດຈິງໃຫ້ສອງອົງການແນວໂຮມປະເທດຊາດທີ່ໄດ້ປະຕິບັດໃນໄລຍະຜ່ານມາ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນຍິ່ງກວ່າອີກ, ພິເສດແມ່ນລະຫວ່າງບັນດາອຳນາດການປົກຄອງ ແລະ ປະຊາຊົນບັນດາແຂວງ ຂອງສອງປະເທດທີ່ມີເສັ້ນຊາຍແດນຮ່ວມ.”

 

ຕອບກັບ

ຂ່າວ/ບົດ​ອື່ນ