ກອງປະຊຸມສາກົນກ່ຽວກັບການສົ່ງຜູ້ລີ້ໄພຊີຣີກັບຄືນປະເທດໄດ້ອອກຖະແຫຼງການຮ່ວມ

(VOVWORLD) -ກອງປະຊຸມໄດ້ປະຕິເສດທຸກມາດຕະການລົງໂທດພຽງລຳພັງຝ່າຍດຽວທີ່ລະເມີດກົດໝາຍສາກົນ, ກົດໝາຍວ່າດ້ວຍມະນຸດສະທຳສາກົນ

ກອງປະຊຸມສາກົນກ່ຽວກັບການສົ່ງຜູ້ລີ້ໄພຊີຣີກັບຄືນປະເທດໄດ້ອອກຖະແຫຼງການຮ່ວມ - ảnh 1 ຜູ້ແທນເຂົາຮ່ວມກອງປະຊຸມສາກົນກ່ຽວກັບການສົ່ງຜູ້ລີ້ໄພຊີຣີ ກັບຄືນປະເທດ

(ພາບ: AFP/TTXVN)

ວັນທີ 12 ພະຈິກ, ກອງປະຊຸມສາກົນກ່ຽວກັບການສົ່ງຜູ້ລີ້ໄພຊີຣີ ກັບຄືນປະເທດ ໂດຍລັດຖະບານຊີຣີ ຈັດຕັ້ງ, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງສະຫະພັນລັດເຊຍ ພ້ອມກັບບັນດາຄະນະຜູ້ແທນຂອງບັນດາອົງການຈັດຕັ້ງສາກົນ ແລະ ບັນດາປະເທດອື່ນ ໄດ້ອັດລົງ ແລະ ໄດ້ອອກຖະແຫຼງການຮ່ວມຂອງກອງປະຊຸມ, ລວມມີ: ຢືນຢັນຄືນໃໝ່ຄຳໝັ້ນສັນຍາສຳລັບອະທິປະໄຕ, ເອກະລາດ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງສ.ອາຣັບ ຊີຣີ (SAR), ກໍຄືຈຸດປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ; ຢືນຢັນຄວາມຕັດສິນໃຈສືບຕໍ່ສົງຄາມຕ້ານການກໍ່ການຮ້າຍດ້ວຍທຸກຮູບການ ແລະ ການສະແດງອອກເພື່ອເປົ້າໝາຍສຸດທ້າຍແມ່ນດັບສູນອົງການກໍ່ການຮ້າຍ IS, Jabhat al Nusra ແລະ ສ່ວນບຸກຄົນ, ກຸ່ມ, ວິສາຫະກິດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງເຖິງ al Qaeda ຫຼື IS ທັງໝົດ ແລະ ບັນດາພວກກໍ່ການຮ້າຍ, ບັນດາກຸ່ມອື່ນໂດຍສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຢັ້ງຢືນຮັບຮອງ.

        ກອງປະຊຸມໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງຄະນະກຳມະການລັດຖະທຳມະນູນ, ໄດ້ຮັບການສ້າງຕັ້ງຂຶ້ນເພື່ອປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ເຈລະຈາຊົນຊາດຊີຣີ ຢູ່ Sochi; ກອງປະຊຸມໄດ້ປະຕິເສດທຸກມາດຕະການລົງໂທດພຽງລຳພັງຝ່າຍດຽວທີ່ລະເມີດກົດໝາຍສາກົນ, ກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະ ກົດບັດສະຫະປະຊາຊາດ, ພິເສດແມ່ນໃນຈຸດເວລາເກີດໂລກລະບາດໂຄວິດ-19…

        ກອງປະຊຸມໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງມີການໜູນຊ່ວຍຢ່າງສົມເຫດສົມຜົນສ້າງພູມລຳເນົາໃຫ້ແກ່ຜູ້ລີ້ໄພ ແລະ ຊ່ວຍໃຫ້ເຂົາເຈົ້າກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ, ກໍ່ຄືເພີ່ມທະວີການເຂົ້າຮ່ວມຂອງເຂົາເຈົ້າ ແລະ ເພີ່ມທະວີການໜູນຊ່ວຍໃຫ້ແກ່ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ