ກອງປະຊຸມສາກົນກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ, ດ້ານການເງິນ ແລະ ພະລັງງານ

(VOVWORLD) - ດ້ວຍຫົວຂໍ້ວ່າ “ການພັດທະນາທົ່ວໂລກ, ຄວາມໝັ້ນຄົງລວມ”, ຄາດວ່າ ກອງປະຊຸມຈະແກ່ຍາວເປັນເວລາ 3 ວັນ. ຕາມແຜນການແລ້ວ, ມີກ່ວາ 30 ກິດຈະກຳ
ກອງປະຊຸມສາກົນກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ, ດ້ານການເງິນ ແລະ ພະລັງງານ - ảnh 1ພາບປະກອບ

ວັນທີ 29 ຕຸລາ, ກອງປະຊຸມຄັ້ງທີ 2 ຂອງເວທີປາໄສຄວາມໝັ້ນຄົງ ແລະ ການພັດທະນາເສດຖະກິດ ທົ່ວໂລກ , ໃນຂອບເຂດເວທີປາໄສ ອາຊີ ປົວຢາວ (BFA) ໄດ້ໄຂຂຶ້ນຢູ່ແຂວງ ຫູໜານ,ປະເທດຈີນ.

        ດ້ວຍຫົວຂໍ້ວ່າ “ການພັດທະນາທົ່ວໂລກ, ຄວາມໝັ້ນຄົງລວມ”, ຄາດວ່າ ກອງປະຊຸມຈະແກ່ຍາວເປັນເວລາ 3 ວັນ. ຕາມແຜນການແລ້ວ, ມີກ່ວາ 30 ກິດຈະກຳ, ລວມມີ: ພິທີໄຂ, ບັນດາເວທີປາໄສ, ກອງປະຊຸມໂຕະມົນ ແລະ ງານວາງສະແດງຈະໄດ້ຈັດຂຶ້ນ.

        ບັນດາເຈົ້າໜ້າທີ່ລັດຖະບານ, ຜູ້ນຳບັນດາອົງການຈັດຕັ້ງສາກົນ, ຜູ້ຕາງໜ້າວິສາຫະກິດ ແລະ ນັກຮຽນຮູ້ທີ່ເຂົ້າຮ່ວມເວທີປາໄສ ຈະແບ່ງປັນທັດສະນະ ກ່ຽວກັບຫົວຂໍ້ພົ້ນເດັ່ນໃນການພັດທະນາ ແລະ ຄວາມໝັ້ນຄົງທົ່ວໂລກ, ຄື: ຄວາມໝັ້ນຄົງດ້ານສະບຽງອາຫານ, ການເງິນ ແລະ ພະລັງງານ. ກອງປະຊຸມໂດຍ BFA ແລະ ອຳນາດການປົກຄອງ ຫູໜານ ພ້ອມກັນຈັດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ