ກອງປະຊຸມສ້າງສາ ຢູແກຼນ ຄືນໃໝ່ໄດ້ໄຂຂຶ້ນຢູ່ ເຢຍລະມັນ

(VOVWORLD) - ໂດຍຄັດສະເໜີຕົວເລກຂອງທະນາຄານໂລກ (WB) ທີ່ຄາດຄະເນວ່າ, ຢູແກຼນ ອາດຈະຕ້ອງການຈຳນວນເງິນ 500 ຕື້ USD ໃຫ້ 1 ທົດສະວັດ ເພື່ອສ້າງສາຄືນໃໝ່ ພາຍຫຼັງການປະທະກັນ
ກອງປະຊຸມສ້າງສາ ຢູແກຼນ ຄືນໃໝ່ໄດ້ໄຂຂຶ້ນຢູ່ ເຢຍລະມັນ - ảnh 1ທ່ານນາຍົກລັດຖະມົນຕີ  ເຢຍລະມັນ Olaf Scholz
(ພາບ: Reuters)

        ກອງປະຊຸມສາກົນກ່ຽວກັບການສ້າງສາ ຢູແກຼນ ຄືນໃໝ່ຖືກໄຂຂຶ້ນໃນວັນທີ 11 ມິຖຸນາ, ຢູ່ນະຄອນຫຼວງ ແບກແລງ, ເຢຍລະມັນ. ກ່າວຄຳເຫັນເລີ່ມຕົ້ນກອງປະຊຸມ, ທ່ານນາຍົກລັດຖະມົນຕີ  ເຢຍລະມັນ Olaf Scholz, ຮຽກຮ້ອງໃຫ້ບັນດາບໍລິສັດເອກະຊົນລົງທຶນໃຫ້ແກ່ບັນດາໂຄງການສ້າງສາ ຢູແກຼນ ຄືນໃໝ່.

        ໂດຍຄັດສະເໜີຕົວເລກຂອງທະນາຄານໂລກ (WB) ທີ່ຄາດຄະເນວ່າ, ຢູແກຼນ ອາດຈະຕ້ອງການຈຳນວນເງິນ 500 ຕື້ USD ໃຫ້ 1 ທົດສະວັດ ເພື່ອສ້າງສາຄືນໃໝ່ ພາຍຫຼັງການປະທະກັນ, ທ່ານ Olaf Scholz ຢືນຢັນວ່າ, ບັນດາບໍລິສັດຈະເຫັນໄດ້ໂອກາດດຳເນີນທຸລະກິດເພື່ອລົງທຶນ ແລະ ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນຂອງ ຢູແກຼນ ໃນບັນດາຂົງເຂດ, ລວມມີ: ພະລັງງານທົດແທນ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຢາ.

        ທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ອີຕາລີ Antonio Tajani ໃຫ້ຮູ້ວ່າ, ລັດຖະບານປະເທດນີ້ເຫັນດີສະໜອງບ້ວງເງິນໜູນຊ່ວຍ 149 ລ້ານ ເອີໂລ ໃຫ້ແກ່ ຢູແກຼນ ເພື່ອກໍ່ສ້າງພື້ນຖານໂຄງລ່າງຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ