ກອງປະຊຸມສ້າງແຜນຮ່າງສະຫຼຸບ 10 ປີແຫ່ງການປະຕິບັດຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່

(VOVWORLD) -ມະຕິສູນກາງພັກຄັ້ງທີ 8 ຊຸດທີ XI ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ ມີຄວາມໝາຍສຳຄັນຍິ່ງ, ຍົກອອກແນວທາງ, ຈິນຕະນາການໃໝ່, ແມ່ນບາດກ້າວບຸກທະລຸກ່ຽວກັບການນຳພາຂອງພັກ
ກອງປະຊຸມສ້າງແຜນຮ່າງສະຫຼຸບ 10 ປີແຫ່ງການປະຕິບັດຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ
(ພາບ: TTXVN)

ຕອນເຊົ້າວັນທີ 15 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການສ້າງແຜນຮ່າງ “ສະຫຼຸບມະຕິສູນກາງພັກຄັ້ງທີ 8 ຊຸດທີ XI ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່, ໄດ້ຈັດວາລະປະຊຸມເທື່ອທີ 2 ພາຍໃຕ້ການເປັນປະທານຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.

ມະຕິສູນກາງພັກຄັ້ງທີ 8 ຊຸດທີ XI ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ ມີຄວາມໝາຍສຳຄັນຍິ່ງ, ຍົກອອກແນວທາງ, ຈິນຕະນາການໃໝ່, ແມ່ນບາດກ້າວບຸກທະລຸກ່ຽວກັບການນຳພາຂອງພັກ ຕໍ່ພາລະກິດປົກປັກຮັກສາປະເທດຊາດ ໃນສະພາບການໃໝ່. ທີ່ກອງປະຊຸມໃນຕອນເຊົ້າວັນທີ 15 ກໍລະກົດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ໜ່ວຍຮຽບຮຽງຈົ່ງຮັບເອົາຄຳເຫັນເພື່ອສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ. ໃນນັ້ນຕ້ອງເນັ້ນໜັກເຖິງຜົນສຳເລັດພາຍຫຼັງໄລຍະ 10 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 8, ປະກອບສ່ວນນຳມາເຊິ່ງໝາກຜົນສຳຄັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ - ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ