ກອງ​ປະຊຸມສາມັນ​ປະ​ຈໍາປີ ຄັ້ງ​ທີ 29 ລະຫວ່າງ ຄະນະ​ຜູ້​ແທນ​​ເ​ຂ​ດຊາຍ​ແດນ ຫວຽດນາມ - ລ​າວ

(VOVWORLD) - ກອງປະຊຸມປະຈໍາປີ ຄັ້ງທີ 29 ລະຫວ່າງຄະນະຜູ້ແທນເຂດຊາຍແດນ ຫວຽດນາມ - ລາວ ຖືກຈັດຂຶ້ນ ໃນວັນທີ 26 ທັນວາຢູ່ຮ່າໂນ້ຍ. 
ກອງ​ປະຊຸມສາມັນ​ປະ​ຈໍາປີ ຄັ້ງ​ທີ 29 ລະຫວ່າງ ຄະນະ​ຜູ້​ແທນ​​ເ​ຂ​ດຊາຍ​ແດນ ຫວຽດນາມ - ລ​າວ - ảnh 1 ກອງປະຊຸມສາມັນປະຈໍາປີ ຄັ້ງທີ 29 ລະຫວ່າງ ຄະນະຜູ້ແທນເຂດຊາຍແດນ ຫວຽດນາມ - ລາວ (ພາບ: TTXVN)

       ສອງຝ່າຍໄດ້ຕີລາຄາໝາກຜົນ 1 ປີ ແຫ່ງການປະຕິບັດ ສົນທິສັນຍາວ່າດ້ວຍ ລະບອບລະບຽບການຄຸ້ມຄອງເຂດຊາຍແດນ ແລະ ດ່ານຊາຍແດນທາງບົກ ລະຫວ່າງສອງປະເທດ ແລະ ບົດບັນທຶກກອງປະຊຸມສາມັນປະຈໍາປີ ຄັ້ງທີ 28 ລະຫວ່າງຄະນະຜູ້ແທນເຂດຊາຍແດນ ຫວຽດນາມ - ລາວ; ສະຫຼຸບການປະຕິບັດຂໍ້ຕົກລົງຂັ້ນລັດຖະບານ ກ່ຽວກັບການແກ້ໄຂສະພາບການອົບພະຍົບແບບຊະຊາຍ ແລະ ການແຕ່ງດອງໂດຍບໍ່ໄດ້ຈົດທະບຽນສົມລົດໃນເຂດຊາຍແດນລະຫວ່າງສອງປະເທດ; ແລກປ່ຽນບັນດາເນື້ອໃນ ພາຍຫຼັງວຽກງານປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ. ສອງຝ່າຍເຫັນດີເປັນເອກະພາບຕໍ່ທິດທາງ ແລະ ມາດຕະການຮ່ວມມືໃນປີ 2020, ໃນນັ້ນ ຈຸດສຸມແມ່ນສືບຕໍ່ຮັກສາ ແລະ ເພີ່ມທະວີວຽກງານສົມທົບປະຕິບັດ ອະນຸສັນຍາ ກ່ຽວກັບເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ ແລະ ສັນທິສັນຍາ ວ່າດ້ວຍລະບອບລະບຽບການຄຸ້ມຄອງເຂດຊາຍແດນ ແລະ ດ່ານຊາຍແດນທາງບົກ ຫວຽດນາມ - ລາວ ໃຫ້ເປັນຢ່າງດີ ເພື່ອແນໃສ່່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢູ່ເຂດຊາຍແດນສອງປະເທດ. ສິ້ນສຸດກອງປະຊຸມ, ສອງຝ່າຍ ໄດ້ລົງນາມໃນບົດບັນທຶກ ກ່ຽວກັບການຮັບຮອງໝາກຜົນຂອງກອງປະຊຸມ ແລະ ເຫັນດີເປັນເອກະພາບຈັດຕັ້ງກອງປະຊຸມສາມັນປະຈໍາປີ ຄັ້ງທີ 30 ຄະນະຜູ້ແທນເຂດຊາຍແດນ ຫວຽດນາມ ໃນຕົ້ນໄຕມາດທີ 4 ປີ 2020 ຢູ່ ລາວ. 

ຕອບກັບ

ຂ່າວ/ບົດ​ອື່ນ