ກອງປະຊຸມສາມັນປະຈຳເດືອນພຶດສະພາ 2019 ຂອງລັດຖະບານ

(VOVWORLD) -ຕອນບ່າຍວັນທີ 31 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ໄດ້ເປັນປະທານກອງປະຊຸມສາມັນປະຈຳເດືອນພຶດສະພາ 2019 ຂອງລັດຖະບານ.
ກອງປະຊຸມສາມັນປະຈຳເດືອນພຶດສະພາ 2019 ຂອງລັດຖະບານ - ảnh 1(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກ່າວຄຳເຫັນໄຂກອງປະຊຸມ)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ບັນດາສະມາຊິກສະພາແຫ່ງຊາດ ມີບັນດາການຕີລາຄາຢ່າງຕັ້ງໜ້າກ່ຽວກັບການປະຕິບັດໜ້າທີ່ພັດທະນາເສດຖະກິດ, ສັງຄົມປີ 2018 ແລະ ໃນຊຸມເດືອນຕົ້ນປີ 2019 ຂອງປະເທດ ໂດຍລັດຖະບານຊີ້ນຳ, ບໍລິຫານ. ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ ຖືວ່າ.

        “ຜ່ານການປຶກສາຫາລື, ສະພາແຫ່ງຊາດເຫັນວ່າ ບັນດາສະມາຊິກສະພາແຫ່ງຊາດໄດ້ຕັ້ງບັນຫາສືບຕໍ່ພັດທະນາແບບຍືນຍົງຢູ່ຫວຽດນາມ, ມີຄວາມກົມກຽວລະຫວ່າງເສດຖະກິດ ແລະ ວັດທະນະທຳ. ພວກເຮົາໄດ້ເຕື້ອງເຖິງບັນຫາດັ່ງກ່າວມາແຕ່ດົນແລ້ວ, ແຕ່ໃນກອງປະຊຸມສະໄໝສາມັນຄັ້ງນີ້ຂອງສະພາແຫ່ງຊາດ ຍິ່ງຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ຕ້ອງເອົາໃຈໃສ່ເຖິງຂົງເຂດວັດທະນະທຳໃຫ້ຫຼາຍກວ່າ. ຖ້າຫາກພຽງເອົາໃຈໃສ່ທາງດ້ານເສດຖະກິດ, ຫາກບໍ່ເອົາໃຈໃສ່ການພັດທະນາວັດທະນະທຳນັ້ນ, ມາຮອດໄລຍະເວລາໃດໜຶ່ງ ເສດຖະກິດຈະຖືກຢຸດຕິ ຍ້ອນການກະທົບຂອງວັດທະນະທຳ. ນັ້ນແມ່ນບັນຫາຄຸນສົມບັດ, ຄຸນນະທາດ, ສິ່ງແວດລ້ອມໃນການດຳລົງຊີວິດ, ບັນດາການພົວພັນດ້ານສັງຄົມອື່ນໆ”.

        ຕີລາຄາບັນດາວຽກງານໃນເດືອນພຶດສະພາ, ທ່ານນາຍົກລັດຖະມົນຕີຖືວ່າ, ວຽກງານກະກຽມໃຫ້ງານບຸນວິສາຂະບູຊາ Vesak 2019 ໄດ້ຮັບການປະຕິບັດເປັນຢ່າງດີ, ຊ່ວຍໃຫ້ວັນບຸນບັນລຸຜົນສຳເລັດຢ່າງດີງາມ; ລັດຖະບານກໍ່ໄດ້ກະກຽມບັນດາເນື້ອໃນຮັບໃຊ້ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ທີ່ພວມດຳເນີນດ້ວຍຄວາມຮັບຜິດຊອບສູງ; ບາງຂົງເຂດບັນລຸໝາກຜົນຕັ້ງໜ້າຄື: ການດຶງດູດເງິນລົງທຶນຈາກຕ່າງປະເທດ, ຈົດທະບຽນສ້າງຕັ້ງວິສາຫະກິດໃໝ່, ວຽກງານການຕ່າງປະເທດ… ທ່ານນາຍົກລັດຖະມົນຕີກໍ່ໃຫ້ຮູ້ວ່າ, ບັນດາອົງການຈັດຕັ້ງສາກົນຍັງຈັດຫວຽດນາມ ເຂົ້າໃນກຸ່ມ “ດີເດັ່ນ” ໃນຈຳນວນບັນດາປະເທດພວມພັດທະນາ.

        ເພື່ອແກ້ໄຂໜ້າທີ່ໃນເດືອນ ມິຖຸນາ ແລະ ຊຸມເດືອນທີ່ຍັງເຫຼືອ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ້ອງຕີລາຄາສະພາບການຢູ່ພາຍໃນ ແລະ ຕ່າງປະເທດໃຫ້ຖືກຕ້ອງ; ສຸມໃສ່ເຂົ້າໃນຂົງເຂດວິທະຍາສາດເຕັກໂນໂລຊີ, ປ່ຽນໃໝ່ປະດິດຄິດສ້າງ, ປະລິມານການນຳໃຊ້ພູມປັນຍາ ຫຼື ມູນຄ່າເພີ່ມສູງ…

ຕອບກັບ

ຂ່າວ/ບົດ​ອື່ນ