ກອງ​ປະ​ຊຸມ​​ສາ​ມັນ​ລັດ​ຖະ​ບານ​ເດືອນ​ກໍ​ລະ​ກົດ 2024

(VOVWORLD) - ຕອນເຊົ້າວັນທີ 5 ສິງຫາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານໄດ້ຈັດກອງປະຊຸມສາມັນປະຈຳເດືອນກໍລະກົດ ປີ 2024 ເພື່ອປຶກສາຫາລື, ປະກອບຄຳເຫັນຕີລາຄາກ່ຽວກັບສະພາບການເສດຖະກິດ - ສັງຄົມເດືອນກໍລະກົດ ແລະ 7 ເດືອນຕົ້ນປີ 2024.

ກອງ​ປະ​ຊຸມ​​ສາ​ມັນ​ລັດ​ຖະ​ບານ​ເດືອນ​ກໍ​ລະ​ກົດ 2024 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VGP)

ຕີລາຄາກ່ຽວກັບສະພາບການ ແລະ ສະເໜີປຶກສາຫາລືບັນດາເນື້ອໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ສະພາບການເສດຖະກິດ - ສັງຄົມໃນເດືອນກໍລະກົດ ສືບຕໍ່ມີທ່າອ່ຽງຢ່າງຕັ້ງໜ້າ, ໝາກຜົນບັນລຸໄດ້ດີກ່ວາເມື່ອທຽບໃສ່ກັບ ເດືອນມິຖຸນາ, ໄລ່ລວມ 7 ເດືອນດີກ່ວາໄລຍະດຽວກັນຂອງປີ 2023 ໃນບັນດາຂົງເຂດເກືອບທັງໝົດ. ການເຕີບໂຕໄດ້ຮັບການຊຸກຍູ້ໃນທັງ 3 ຂົງເຂດອຸດສາຫະກຳ, ກະສິກຳ, ການບໍລິການ. ເສດຖະກິດມະຫາພາກມີສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຄວາມດູ່ນດ່ຽງໃຫຍ່ໄດ້ຮັບການຮັບປະກັນ ແລະ ມີການສົ່ງອອກເກີນດູນ; ມີຫຼາຍບັນຫາຄົງຄ້າງໄດ້ຮັບການສຸມໃສ່ແກ້ໄຂ; ການໜູນຊ່ວຍສັງຄົມໄດ້ຮັບການຮັບປະກັນ; ປະຊາທິປະໄຕແຫ່ງຊາດ, ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍສັງຄົມໄດ້ຮັບການຮັກສາ; ການທູດໄດ້ຮັບການຍູ້ແຮງ; ອິດທິພົນຊື່ສຽງ, ຖານະບົດບາດຂອງປະເທດຊາດສືບຕໍ່ໄດ້ຖືກຍົກສູງຂຶ້ນ. ກ່ຽວກັບໜ້າທີ່, ມາດຕະການຈຸດສຸມໃນເດືອນສິງຫາ, ນັບແຕ່ປັດຈຸບັນຈົນຮອດທ້າຍປີ ແລະ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

ເປົ້າໝາຍຂອງພວກເຮົາບໍ່ມີຫຍັງປ່ຽນແປງ, ຕ້ອງຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ດ້ວຍການກຳນົດໂດຍສະພາແຫ່ງຊາດອະນຸຍາດ. ການເຕີບໂຕຕ້ອງຊຸກຍູ້ຢ່າງແຮງກ່ວາ. ບັນດາດຸ່ນດ່ຽງໃຫຍ່ຕ້ອງຮັບປະກັນມີສ່ວນເກີນຫຼາຍກ່ວາ. ໜີ້ສາທາລະນະ, ໜີ້ລັດຖະບານ, ລາຍຈ່າຍເກີນດຸ່ນຕ້ອງໄດ້ຮັບການຄວບຄຸມເປັນຢ່າງດີ. ທີສອງ, ພວກເຮົາຕ້ອງຮັບປະກັນການເມືອງເປັນສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ອະທິປະໄຕ, ເຂດຊາຍແດນແຫ່ງຊາດບໍ່ອາດປ່ຽນແປງໄດ້, ພວກເຮົາຕ້ອງເຮັດໃຫ້ໄດ້. ປີນີ້, ໝາກຜົນທີ່ບັນລຸໄດ້ຕ້ອງສູງກ່ວາ, ກວມລວມກວ່າ, ຮອບດ້ານກວ່າປີກາຍນີ້.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸມໃສ່ຕີລາຄາຢ່າງລະອຽດກ່ຽວກັບສະພາບການຜັນຂະຫຍາຍບັນດາໜ້າທີ່ໃນເດືອນກໍລະກົດ ແລະ 7 ເດືອນ; ກຳນົດຢ່າງຈະແຈ້ງວຽກງານທີ່ເຮັດໄດ້ແລ້ວ, ວຽກງານທີ່ຍັງຄົງຄ້າງ, ຕ້ອງສືບຕໍ່ຜັນຂະຫຍາຍຢ່າງຂ້ຽວຂາດກ່ວາອີກເພື່ອແກ້ໄຂຢ່າງສິ້ນເຊິງໃນເດືອນສິງຫາ ແລະ ໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ