ກອງປະຊຸມສໍາມະນາ ກ່ຽວກັບການຄຸ້ມຄອງທະຫານບົກ ປາຊີຟິກ ຄັ້ງທີ 42 ຈະຈັດຂຶ້ນຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 20 – 23 ສິງຫາ

(VOVWORLD) -ກອງປະຊຸມສໍາມະນາ ຄຸ້ມຄອງທະຫານບົກ ປາຊີຟິກ ຄັ້ງທີ 42 (PAMS-42) ດ້ວຍຫົວຂໍ້ວ່າ “ການຮ່ວມມືລະຫວ່າງທະຫານບົກບັນດາປະເທດເຂດມະຫາສະໝຸດອິນເດຍ - ອາຊີ - ປາຊີຟິກ ໃນການໜູນຊ່ວຍມະນຸດສະທໍາ, ຊ່ວຍເຫຼືອຜູ້ປະສົບໄພພິບັດ”.

ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມຈາກກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດ ອາເມລິກາ, ໃນລະຫວ່າງວັນທີ 20 – 23 ສິງຫາ 2018, ຢູ່ຮ່າໂນ້ຍ, ກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ແລະ ກອງບັນຊາການທະຫານບົກ ປາຊີຟິກ ອາເມລິກາ ຈະເປັນປະທານຮ່ວມຈັດຕັ້ງກອງປະຊຸມສໍາມະນາ ຄຸ້ມຄອງທະຫານບົກ ປາຊີຟິກ ຄັ້ງທີ 42 (PAMS-42) ດ້ວຍຫົວຂໍ້ວ່າ “ການຮ່ວມມືລະຫວ່າງທະຫານບົກບັນດາປະເທດເຂດມະຫາສະໝຸດອິນເດຍ - ອາຊີ - ປາຊີຟິກ ໃນການໜູນຊ່ວຍມະນຸດສະທໍາ, ຊ່ວຍເຫຼືອຜູ້ປະສົບໄພພິບັດ”. ປັດຈຸບັນນີ້ ມີ 28 ປະເທດໃນພາກພື້ນໄດ້ຈົດທະບຽນເຂົ້າຮ່ວມກອງປະຊຸມ.

        ກອງປະຊຸມສໍາມະນາຄັ້ງນີ້ ຈະເປັນເວທີປາໄສ, ແມ່ນໂອກາດ ເພື່ອໃຫ້ກໍາລັງທະຫານບົກບັນດາປະເທດໃນພາກພື້ນ ແລກປ່ຽນກັນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື ໃນການຮັບມືກັບບັນດາຄວາມສ່ຽງຈາກໄພພິບັດທໍາມະຊາດ, ປະກອບສ່ວນເຂົ້າການຮັກສາສະຖຽນລະພາບໃນພາກພື້ນ; ສ້າງກາລະໂອກາດເພື່ອສ້າງຕັ້ງ ແລະ ເພີ່ມທະວີການພົວພັນລະຫວ່າງບັນດາການນໍາກອງທັບບົກໃນອະນາຄົດ. ພ້ອມທັງ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງກອງທັບປະຊາຊົນຫວຽດນາມ ກັບກອງທັບບັນດາປະເທດໃນພາກພື້ນ; ສະແດງໃຫ້ເຫັນບົດບາດ “ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ” ຂອງກອງທັບປະຊາຊົນຫວຽດນາມໃນບັນດາບັນຫາລວມຂອງພາກພື້ນ; ປະກອບສ່ວນໂຄສະນາ, ຍົກສູງພາບພົດ, ທີ່ຕັ້ງຂອງຫວຽດນາມ ແລະ ກອງທັບປະຊາຊົນຫວຽດນາມ.



ຕອບກັບ

ຂ່າວ/ບົດ​ອື່ນ