ກອງປະຊຸມສໍາມະນາຕີລາຄາປະສິດທິຜົນຂອງບັນດາໂຄງການສິນເຊື່ອສໍາລັບພໍ່ແມ່ຊົນເຜົ່າສ່ວນໜ້ອຍ

(VOVWORLD) -  ກອງປະຊຸມສໍາມະນາຕີລາຄາປະສິດທິຜົນຂອງບັນດາໂຄງການສິນເຊື່ອສໍາລັບພໍ່ແມ່ຊົນເຜົ່າສ່ວນໜ້ອຍ ຖືກດໍາເນີນໃນຕອນບ່າຍວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ, ໂດຍຄະນະກໍາມະການຊົນເຜົ່າ ແລະ ທະນາຄານນະໂຍບາຍສັງຄົມຈັດຕັ້ງຂ້ຶນ.
ກອງປະຊຸມສໍາມະນາຕີລາຄາປະສິດທິຜົນຂອງບັນດາໂຄງການສິນເຊື່ອສໍາລັບພໍ່ແມ່ຊົນເຜົ່າສ່ວນໜ້ອຍ - ảnh 1 ກອງປະຊຸມສໍາມະນາຕີລາຄາປະສິດທິຜົນຂອງບັນດາໂຄງການສິນເຊື່ອສໍາລັບພໍ່ແມ່ຊົນເຜົ່າສ່ວນໜ້ອຍ (ພາບ: dantocmiennui.vn)

   ທີ່ກອງປະຊຸມສົນທະນາ, ທ່ານ ເຢືອງກວຽດຖັ໊ງ, ຜູ້ອໍານວຍການທະນາຄານນະໂຍບາຍສັງຄົມໃຫ້ຮູ້ວ່າ ຮອດວັນທີ 31 ສິງຫາ 2019, ທະນາຄານນະໂຍບາຍສັງຄົມ ພວມຄຸ້ມຄອງບັນດາໂຄງການສິນເຊື່ອສັງຄົມ, “ລວມຍອດເຫຼືອໜີ້ແມ່ນເກືອບ 200.000 ຕື້ດົ່ງ. ແຫຼ່ງທຶນນະໂຍບາຍສິນເຊື່ອສັງຄົມ ໄດ້ປະກອບສ່ວນຊ່ວຍປະຊາຊົນເຜົ່າສ່ວນໜ້ອຍນັບພັນຄອບຄົວພັດທະນາການຜະລິດ, ຍົກສູງຄຸນນະພາບຊີວິດການເປັນຢູ່ ແລະ ຫຼຸດພົ້ນອອກຈາກຄວາມອຶດຫີວ. ທ່ານ ເຈິ່ນມິງເຕິມ, ຜູ້ຕາງໜ້າຄະນະກໍາມະການປະຊາຊົນຕາແສງ ກິມຮວ່າ, ເມືອງເກົ່າງາງ, ແຂວງຈ່າວິງ, ໃຫ້ຮູ້ວ່າ:

        “ໃນໄລຍະຜ່ານມາ, ຍ້ອນມີການລົງທຶນຈາກບັນດາແຫຼ່ງທຶນສິນເຊື່ອນະໂຍບາຍ , ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມໃນບໍລິເວນຕາແສງ ຈຶ່ງມີຊີວິດການເປັນຢູ່ເປັນປົກກະຕິ, 145 ຄອບຄົວໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ, ຕັ້ງໃຈທໍາມາຫາກິນເພື່ອກາຍເປັນຄອບຄົວເຫຼືອຢູ່ເຫຼືອກິນ ແລະ ເປັນເຈົ້າການຊອກຫາວິທີເພີ່ມສະມັດຕະພາບການຜະລິດ”.

        ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານນາງ ເຈືອງທິມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູງກາງ ພັກກອມມູນິດ ຫວຽດນາມ ກ່າວວ່າ:

“ຂ້າພະເຈົ້າ ສະເໜີໃຫ້ ສືບຕໍ່ຍົກສູງຄຸນນະພາບຊີວິດການເປັນຢູ່ຕິດພັນກັບປັດໄຈໜູນຊ່ວຍຫຼາຍຢ່າງຄື: ໃຫ້ຄໍາປຶກສາ, ຖ່າຍທອດເຕັກນິກ... ເພື່ອໃຫ້ປະຊາຊົນສາມາດບືນຕົວຂຶ້ນ, ປ່ຽນແປງການທໍາມາຫາກິນລ້ຽງຊີບ. ດັ່ງນັ້ນ, ນະໂຍບາຍສິນເຊື່ອສັງຄົມ ແມ່ນມຸ່ງໄປເຖິງຄຸນນະພາບຂອງການດໍາລົງຊີວິດ ແລະ ການຫຼຸດພົ້ນອອກຈາກຄວາມທຸກຍາກທີ່ມີລັກສະນະດີກວ່າ ແລະ ທະນາຄານ ກໍ່ຈະສໍາຜັດກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄດ້ຫຼາຍສົ້ນກວ່າ”. 

ຕອບກັບ

ຂ່າວ/ບົດ​ອື່ນ