ກອງປະຊຸມສໍາມະນາລະຫວ່າງກະຊວງພາຍໃນ ຫວຽດນາມ ແລະ ລາວ

(VOVWORLD) -ກະຊວງພາຍໃນຫວຽດນາມ ໄດ້ສົມທົບກັບກະຊວງພາຍໃນລາວ ຈັດຕັ້ງກອງປະຊຸມສໍາມະນາ ແລກປ່ຽນບົດຮຽນການຄຸ້ມຄອງລັດຖະກອນ ແລະ ຄຸ້ມຄອງອໍານາດການປົກຄອງທ້ອງຖິ່ນ ຢູ່ 2 ປະເທດ ຫວຽດນາມ - ລາວ.
ກອງປະຊຸມສໍາມະນາລະຫວ່າງກະຊວງພາຍໃນ ຫວຽດນາມ ແລະ ລາວ - ảnh 1ກອງປະຊຸມສໍາມະນາລະຫວ່າງກະຊວງພາຍໃນ ຫວຽດນາມ ແລະ ລາວ (ພາບ: hcmcpv.org.vn)

  ຕອນເຊົ້າວັນທີ 10 ກໍລະກົດ, ຢູ່່ຮ່່າໂນ້ຍ, ກະຊວງພາຍໃນຫວຽດນາມ ໄດ້ສົມທົບກັບກະຊວງພາຍໃນລາວ ຈັດຕັ້ງກອງປະຊຸມສໍາມະນາ ແລກປ່ຽນບົດຮຽນການຄຸ້ມຄອງລັດຖະກອນ ແລະ ຄຸ້ມຄອງອໍານາດການປົກຄອງທ້ອງຖິ່ນ ຢູ່ 2 ປະເທດ ຫວຽດນາມ - ລາວ.

        ທີ່ກອງປະຊຸມສໍາມະນາ, ບັນດາພະນັກງານເຮັດວຽກງານວິຊາສະເພາະ, ນັກວິທະຍາສາດຂອງກະຊວງພາຍໃນສອງປະເທດ ໄດ້ແບ່ງປັນບັນດາຜົນສໍາເລັດ, ປະສົບການໃນການວຽກງານການຄຸ້ມຄອງລັດຖະກອນ ແລະ ຄຸ້ມຄອງອໍານາດການປົກຄອງທ້ອງຖິ່ນ; ວຽກງານກໍ່ສ້າງ, ບໍາລຸງສ້າງຍົກສູງກໍາລັງຄວາມສາມາດຄຸ້ມຄອງໃຫ້ແກ່ລັດຖະກອນອໍານາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ. ພິເສດ, ແມ່ນບັນດາປະສົບການໃນການປະກາດໃຊ້ກົດໝາຍວ່າດ້ວຍລັດຖະກອນ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອໍານາດການປົກຄອງທ້ອງຖິ່ນຂອງຫວຽດນາມ, ເຊິ່ງແມ່ນບົດຮຽນອັນລໍ້າຄ່າ ເພື່ອດໍາເນີນວຽກງານຄຸ້ມຄອງລັດຖະກອນ ແລະ ຄຸ້ມຄອງອໍານາດການປົກຄອງທ້ອງຖິ່ນຢູ່ ລາວ.


ຕອບກັບ

ຂ່າວ/ບົດ​ອື່ນ