ກອງປະຊຸມສໍາມະນາວິທະຍາສາດ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ຄຸນຄ່າທິດສະດີ ແລະ ຕົວຈິງ”

(VOVWORLD) -    ຕອນເຊົ້າວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ຫໍພິພິທະພັນ ໂຮ່ຈີມິນ ໄດ້ສົມທົບກັບສໍານັກພິມຈໍາໜ່າຍການເມືອງ ຊຶເທີດ, ສະມາຄົມວິທະຍາສາດປະຫວັດສາດຫວຽດນາມ, ສະມາຄົມມໍລະດົກວັດທະນະທໍາຫວຽດນາມ, ສະຖະບັນສື່ມວນຊົນ ແລະ ໂຄສະນາເຜີຍແຜ່ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ ດ້ວຍຫົວຂໍ້ວ່າ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ຄຸນຄ່າທາງທິດສະດີ ແລະ ຕົວຈິງ” (1969 – 2019).
ກອງປະຊຸມສໍາມະນາວິທະຍາສາດ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ຄຸນຄ່າທິດສະດີ ແລະ ຕົວຈິງ” - ảnh 1 ກອງປະຊຸມສໍາມະນາວິທະຍາສາດ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ຄຸນຄ່າທິດສະດີ ແລະ ຕົວຈິງ” (ພາບ: baotintuc.vn)

        ທີ່ກອງປະຊຸມສໍາມະນາ, ມີບົດປະກອບຄໍາເຫັນກວ່າ 100 ບົດ ໄດ້ສະເໜີ ແລະ ສົ່ງມາຍັງກອງປະຊຸມສໍາມະນາ ໂດຍໄດ້ປະກອບຄໍາເຫັນ ແລະ ປຶກສາຫາລືກ່ຽວກັບ 5 ຫົວຂໍ້ໃຫຍ່ ກ່ຽວກັບ ຄໍາພິໄນກໍາຂອງປະທານໂຮ່ຈີມິນ ແລະ ຜົນງານທີ່ບັນລຸໄດ້ພາຍຫຼັງໄລຍະການປະຕິບັດຄໍາພິໄນກໍາຂອງເພິ່ນ ອັນໄດ້ຢ້ັງຢືນໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບບັນດາຄຸນຄ່າອັນຍືນຍົງຂອງຄໍາພິໄນກໍາປະຫວັດສາດນີ້. ຈາກນັ້ນ, ປະກອບສ່ວນເຂົ້າໃນວຽກງານໂຄສະນາເຜີຍແຜ່, ສຶກສາດ້ານແນວຄິດ, ຄຸນສົມບັດ ແລະ ວິຖີຊີວິດຂອງປະທານໂຮ່ຈີມິນ ຕາມຄໍາສັ່ງເລກທີ 05 -ຄສ/ສກ ລົງວັນທີ 15 ພຶດສະພາ 2016 ຂອງກົມການເມືອງ ກ່ຽວກັບການ “ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ,ຄຸນສົມບັດ ແລະ ວິຖີຊີວິດຂອງປະທານໂຮ່ຈີມິນ.  ທ່ານຫວູແມ້ງຮ່າ, ຜູ້ອໍານວຍການຫໍພິພິທະພັນໂຮ່ຈີມິນ ຢັ້ງຢືນວ່າ:

        “ໃນບັນດາມູນມໍລະດົກອັນລໍ້າຄ່າ ເຊິ່ງປະທານໂຮ່ຈີມິນໄດ້ສ້າງໄວ້ໃຫ້ແກ່ພັກ, ການປະຕິວັດ ແລະ ຊາດຫວຽດນາມ ນັ້ນ, ຄໍາພິໄນກໍາ ແມ່ນເອກະສານປະຫວັດສາດທີ່ລໍ້າຄ່າທີ່ສຸດ ເຊິ່ງມີຄຸນຄ່າດ້ານທິດສະດີ ແລະ ຕົວຈິງ ບໍ່ພຽງແຕ່ໃນໄລຍະປະຕິວັດທີ່ຜ່ານໄປແລ້ວກໍຕາມ, ຫາກຍັງມີຄຸນຄ່າໃນເສັ້ນທາງຕໍ່ໜ້າຂອງການປະຕິວັດຫວຽດນາມ ອີກດ້ວຍ”.

ຕອບກັບ

ຂ່າວ/ບົດ​ອື່ນ