ກອງປະຊຸມສໍາມະນາວ່າດ້ວຍການດໍາເນີນສ້າງ “ຖະແຫຼງການ ອາຊຽນ ກ່ຽວກັບການພັດທະນາວຽກງານສັງຄົມ”

(VOVWORLD) -ຕອນເຊົ້າວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ, ກອງທຶນເດັກແຫ່ງ ສປຊ ແລະ ຄະນະເລຂາ ອາຊຽນ ໄດ້ໄຂກອງປະຊຸມສໍາມະນາວ່າດ້ວຍການດໍາເນີນການສ້າງຖະແຫຼງການ ອາຊຽນ ກ່ຽວກັບການພັດທະນາວຽກງານສັງຄົມ”.
ກອງປະຊຸມສໍາມະນາວ່າດ້ວຍການດໍາເນີນສ້າງ “ຖະແຫຼງການ ອາຊຽນ ກ່ຽວກັບການພັດທະນາວຽກງານສັງຄົມ” - ảnh 1 ກອງປະຊຸມສໍາມະນາວ່າດ້ວຍການດໍາເນີນການສ້າງຖະແຫຼງການ ອາຊຽນ ກ່ຽວກັບການພັດທະນາວຽກງານສັງຄົມ” (ພາບ: TTXVN)

        ຕາມບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສໍາມະນານີ້ແລ້ວ, ຕໍ່ໜ້າບັນດາການປ່ຽນແປງໃໝ່ຂອງໂລກ ໄດ້ມີກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງສໍາລັບຫວຽດນາມ ກໍຄືບັນດາປະເທດ ອາຊຽນໃນການພັດທະນາເສດຖະກິດ-ສັງຄົມ. ຫວຽດນາມ ຍາມໃດກໍຖືເລື່ອງຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນເປັນສໍາຄັນ ແລະ ສິ່ງດ່ັງກ່າວ ໄດ້ຕັ້ງບັນຫາ ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອພັດທະນາວຽກງານສັງຄົມເປັນຢ່າງດີ, ຕອບສະໜອງໄດ້ຄວາມຕ້ອງການໃນປັດຈຸບັນ.

        ກອງປະຊຸມສໍາມະນາ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມປາດຖະໜາຢາກສົມທົບກັບບັນດາປະເທດ ອາຊຽນ ແລະ ອົງການ UNICEF ພ້ອມດ້ວຍບັນດາຄູ່ຮ່ວມມືອື່ນ ສ້າງຖະແຫຼງການ ອາຊຽນ ກ່ຽວກັບການພັດທະນາວຽກງານສັງຄົມ, ເຊິ່ງຄາດວ່າ ຈະຍື່ນສະເໜີຕໍ່ບັນດາການນໍາ ອາຊຽນ ໃນເດືອນ ພະຈິກ 2020 ເພື່ອຮັບຮອງເອົາ ແນໃສ່ຢັ້ງຢືນການສະໜັບສະໜູນທາງດ້ານການເມືອງ ແລະ ຄໍາໝັ້ນສັນຍາຂອງ ອາຊຽນ ທີ່ມີຕໍ່ການພັດທະນາວຽກງານສັງຄົມໃນພາກພື້ນ ໃນໄລຍະຈະມາເຖິງ, ມຸ່ງໄປສູ່ເປົ້າໝາຍບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ ຂອງ ສປຊ.


ຕອບກັບ

ຂ່າວ/ບົດ​ອື່ນ