ກອງປະຊຸມສໍາມະນາສາກົນ ກ່ຽວກັບບັນດາບຸລິມະສິດໃນນະໂຍບາຍເສດຖະກິດ ແລະ ການຄ້າອາຊີ ປີ 2020

(VOVWORLD) -ກອງປະຊຸມສໍາມະນາລວມມີ 3 ວາລະປຶກສາຫາລື ດ້ວຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານເສດຖະກິດແຖວໜ້າຂອງ ອິນໂດເນເຊຍ ແລະ ບັນດານັກຊ່ຽວຊານເສດຖະກິດສາກົນ
ກອງປະຊຸມສໍາມະນາສາກົນ ກ່ຽວກັບບັນດາບຸລິມະສິດໃນນະໂຍບາຍເສດຖະກິດ ແລະ ການຄ້າອາຊີ ປີ 2020  - ảnh 1 ກອງປະຊຸມສໍາມະນາລວມມີ 3 ວາລະປຶກສາຫາລື ດ້ວຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານເສດຖະກິດແຖວໜ້າຂອງ ອິນໂດເນເຊຍ ແລະ ບັນດານັກຊ່ຽວຊານເສດຖະກິດສາກົນ (ພາບ: TTXVN)

ວັນທີ 29 ຕຸລາ ຢູ່ ຈາກາຕາ, ອົງການຄົ້ນຄວ້າເສດຖະກິດ ອິນໂດເນເຊຍ (IBER) ແລະ ອົງການຄົ້ນຄວ້າເສດຖະກິດອາຊີ (ABER) ໄດ້ສົມທົບກັນ ຈັດຕັ້ງກອງປະຊຸມສໍາມະນາສາກົນ ດ້ວຍຫົວຂໍ້ວ່າ “ບັນດາບຸລິມະສິດໃນນະໂຍບາຍເສດຖະກິດ ແລະ ການຄ້າ ອາຊີ ປີ 2020” ໂດຍການໜູນຊ່ວຍຂອງສະຖາບັນຄົ້ນຄວ້າເສດຖະກິດ ອາຊຽນ ແລະ ອາຊີ (ERIA), ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ ອິນໂດເນເຊຍ (CSIS). ດ້ວຍຈຸດປະສົງ ສ້າງພື້ນຖານສໍາຄັນເພື່ອສັງລວມບັນດາຄໍາເຫັນປະກອບ ມຸ່ງໄປເຖິງການແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເຊິ່ງພື້ນຖານເສດຖະກິດ ອາຊີ ພວມປະເຊີນໜ້າ, ກອງປະຊຸມໄດ້ກໍານົດວ່າ ແມ່ນກາລະໂອກາດເພື່ອປຶກສາຫາລື ແລະ ຍົກອອກບັນດາມາດຕະການທີ່ມີປະສິດທິຜົນກ່ຽວກັບບັນດາບຸລິມະສິດໃນນະໂຍບາຍເສດຖະກິດ ແລະ ການຄ້າ ອາຊີ ໃນປີຈະມາເຖິງ. ກອງປະຊຸມສໍາມະນາລວມມີ 3 ວາລະປຶກສາຫາລື ດ້ວຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານເສດຖະກິດແຖວໜ້າຂອງ ອິນໂດເນເຊຍ ແລະ ບັນດານັກຊ່ຽວຊານເສດຖະກິດສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ