ກອງປະຊຸມສໍາມະນາສາກົນ “ບົດບາດຂອງຫວຽດນາມຢູ່ສະພາຄວາມໝັ້ນຄົງ: ຄູ່ຮ່ວມມືເພື່ອພື້ນຖານສັນຕິພາບແບບຍືນຍົງ”

(VOVWORLD) -ກອງປະຊຸມຄັ້ງນີ້ ແມ່ນເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຕົວຈິງຂອງສະພາຄວາມໝັ້້ນຄົງສະຫະປະຊາຊາດ, ການພົວພັນລະຫວ່າງບັນດາປະເທດໃຫຍ່ ແລະ ບົດບາດຂອງບັນດາສະມາຊິກບໍ່ປະຈໍາການສະພາຄວາໝັ້ນຄົງ.

ວັນທີ 2 ເມສາ, ສະຖາບັນ Konrad Adenauer Stiftung ປະຈໍາຫວຽດນາມ (KAS) ໄດ້ສົມທົບກັບ ສະຖານບັນການຕ່າງປະເທດຫວຽດນາມ ຈັດຕັ້ງກອງປະຊຸມຊຸມສໍາມະນາສາກົນ ທີ່ມີຫົວຂໍ້ວ່າ “ຫວຽດນາມໃນສະພາຄວາມໝັ້ນຄົງ: ຄູ່ຮ່ວມມືເພື່ອພື້ນຖານສັນຕິພາບແບບຍືນຍົງ”. ກອງປະຊຸມຄັ້ງນີ້ ແມ່ນເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຕົວຈິງຂອງສະພາຄວາມໝັ້້ນຄົງສະຫະປະຊາຊາດ, ການພົວພັນລະຫວ່າງບັນດາປະເທດໃຫຍ່ ແລະ ບົດບາດຂອງບັນດາສະມາຊິກບໍ່ປະຈໍາການສະພາຄວາໝັ້ນຄົງ.

ກອງປະຊຸມສໍາມະນາສາກົນ “ບົດບາດຂອງຫວຽດນາມຢູ່ສະພາຄວາມໝັ້ນຄົງ:  ຄູ່ຮ່ວມມືເພື່ອພື້ນຖານສັນຕິພາບແບບຍືນຍົງ” - ảnh 1 ກອງປະຊຸມສໍາມະນາສາກົນ “ບົດບາດຂອງຫວຽດນາມຢູ່ສະພາຄວາມໝັ້ນຄົງ:  ຄູ່ຮ່ວມມືເພື່ອພື້ນຖານສັນຕິພາບແບບຍືນຍົງ” (ພາບ: congthuong.vn)

        ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມສໍາມະນາ, ທ່ານ ຮອງສາດສະດາຈານ, ປະລິນຍາເອກ ຫງວຽນຫວູຕຸ່ງ, ຜູ້ອໍານວຍການສະຖານບັນການຕ່າງປະເທດຫວຽດນາມ ໄດ້ສະແດງຄວາມປາດຖະໜາວ່າ ດ້ວຍຄວາມສາມາດບົ່ມຊ້ອນ ແລະ ປະສົບການທີ່ມີຢູ່ແລ້ວ, ຫວຽດນາມ ອາດຈະໄດ້ຮັບການຄັດເລືອກ ແລະ ຮັບບົດບາດໜ້າທີ່ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ເປັນຢ່າງດີ.

        ນະທີ່ນີ້, ບັນດານັກຊ່ຽວຊານ ກໍໄດ້ຍົກອອກບັນດາຂໍ້ສະເໜີແນະ ເພື່ອແນໃສ່ຊ່ວຍຫວຽດນາມ ກະກຽມໃຫ້ແກ່ການເລືອກຕັ້ງ ແລະ ຮັບດໍາລົງໜ້າທີ່ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນເດືອນ ມິຖຸນາ 2019 ນີ້, ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມ ຈະມີເງື່ອນໄຂ ແລະ ກໍາລັງຄວາມສາມາດຢ່າງພຽງພໍ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງຂອງໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ