ກອງປະຊຸມສຳມະນາ 70 ປີແຫ່ງໂຄງຮ່າງ ວັດທະນະທຳຫວຽດນາມ

ກອງປະຊຸມສຳມະນາ 70 ປີແຫ່ງໂຄງຮ່າງ ວັດທະນະທຳຫວຽດນາມ - ảnh 1
ທ່ານ ດິງ​ເທ໋ຮີນ, ກຳມະການ​ກົມ​ການ​ເມືອງ ເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: vietnamplus.vn)


(vovworld) - ​​ ກອງ​ປະຊຸມ​ສຳ​ມະ​ນາ “70 ປີ​ແຫ່ງ​ໂຄງ​ຮ່າງ​ວັດທະນະທຳ​ຫວຽດນາມ” ໄດ້ໄຂຂຶ້ນໃນຕອນ​ເຊົ້າ​ວັນ​ທີ 18 ກັນຍາ, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ດິງ​ເທ໋ຮີນ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຢືນຢັນ​ວ່າ ​ ໂຄງ​ຮ່າງ​ວັດທະນະທຳ​ຫວຽດນາມ ​ແມ່ນ​ເອກະສານ​ທີ່​ມີ​ຄຸນ​ຄ່າ​ ແລະ ມີ​ຄວາມ​ໝາຍ​ປະ​ຫວັດ​ສາດຢ່າງ​ເລິກ​ເຊິ່ງສຳລັບ​ພັກ​ກອມ​ມູນິດ​ຫວຽດນາມ, ​ເຊິ່ງ​ໄດ້​ຮັບ​ຖື​ວ່າແມ່ນ ຄຳຖະແຫຼງ​ຂອງ​ພັກ ກ່ຽວ​ກັບ​ພື້ນຖານ​ວັດທະນະທຳແຫ່ງ​ຊາດ, ວິ​ທະ​ຍາ​ສາດ, ມະຫາຊົນ.

        “70 ຜ່ານ​ມາ, ​ໃນ​ແຕ່ລະສະພາບ ​ແລະ ​ເງື່ອນ​ໄຂ​ລະອຽດ​ໄດ້​ມີ​ການ​ປ່ຽນ​ແປງ​​ຫຼາຍ​ຢ່າງ, ​ແຕ່​ບັນດາ​ເນື້ອ​ໃນ​ຕົ້ນຕໍ່ຂອງ​ໂຄງ​ຮ່າງ​ວັດທະນະທຳ​ຫວຽດນາມ ຍັງ​ຄົງຮັກສາ​ຄຸນຄ່າ​​ເດີມ. ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງວັນສ້າງ​ວັນ​ສະ​ເໜີ​ໂຄງ​ຮ່າງ​ວັດທະນະທຳ​ຫວຽດນາມ ປີ 1943 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາ​ຢືນຢັນ​ບັນດາ​ຄຸນຄ່າ​, ​ຂອງ​ໂຄງ​ຮ່າງ​ນີ້ ແລະ ຮັບຮູ້ຄວາມຮັບຜິດ​ຊອບ​ຢ່າງ​ຄົບ​ຖ້ວນ​ກວ່າ, ນຳ​ໃຊ້​ບັນດາ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ບົດຮຽນ​ທີ່​ລ້ຳຄ່າ​ຂອງ​ພັກ​ເຮົາ ​ເຂົ້າ​ໃນ​ພາບລະ​ກິດ​ສ້າງສາ ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ ທີ່​ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ​ໃນ​ໄລຍະ​ປະຈຸ​ບັນ”.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຢືນຢັນວ່າ​ເລື່ອງ​ສ້າງ​ໂຄງ​ຮ່າງ​ວັດທະນະທຳ​ປີ 1943 ​ໄດ້​ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ທີ່​ກວ້າງ​ໄກ​ຂອງ​ພັກ ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ ​ແລະ ຄວາມ​ສຳຄັນ​ຂອງ​ວັດທະນະທຳ​ໃນ​ພາລະກິດ​ປະຕິວັດ​ຂອງ​ຊາດ. ພ້ອມ​ກັນ​ນັ້ນ, ບັນດາ​ຜູ້​ແທນ​ກໍ່​ຕີ​ລາຄາ​ຄວາມ​ສຳຄັນ​ຂອງ​ໂຄງ​ຮ່າງ​ວັດທະນະທຳ​ປີ 1943 ທີ່​ມີ​ຕໍ່​ການ​ປະຕິບັດ​ມະຕິ​ສູນ​ກາງຄັ້ງ​ທີ 5, ຊຸດ​ທີ 8 ກ່ຽວ​ກັບ​ວັດທະນະທຳ. ຈາກ​ນັ້ນ, ຈະ​ສະ​ເໜີ, ​​ເພີ່ມ​ເຕີ​ມ, ປັບປຸງ​ທັດສະນະ​ຊີ້​ນຳ, ໜ້າ​ທີ່, ມາດ​ຕະການ​ແກ້​ໄຂ ສືບ​ຕໍ່​ສ້າງ​ພື້ນຖານ​ວັດທະນະທຳ​ຫວຽດນາມ ທີ່​ກ້າວໜ້າ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ