ກອງປະຊຸມສຳມະນາ“ ການພົວພັນລັດເຊຍ-ອາຊຽນ, ບົດບາດຂອງຫວຽດນາມ ” ທີ່ ສະຫະພັນລັດເຊຍ

(VOVWORLD) -   ວັນທີ 23 ຕຸລາ, ມະຫາວິທະຍາໄລພົວພັນຕ່າງປະເທດແຫ່ງຊາດມົດສະກູ (MGIMO), ສະຫະພັນລັດເຊຍ, ໄດ້ດຳເນີນກອງປະຊຸມສຳມະນາກ່ຽວກັບ“ການພົວພັນລັດເຊຍ-ອາຊຽນ. 
ກອງປະຊຸມສຳມະນາ“ ການພົວພັນລັດເຊຍ-ອາຊຽນ, ບົດບາດຂອງຫວຽດນາມ ” ທີ່ ສະຫະພັນລັດເຊຍ - ảnh 1 ກອງປະຊຸມສຳມະນາກ່ຽວກັບ“ການພົວພັນລັດເຊຍ-ອາຊຽນ. 

ບົດບາດຂອງຫວຽດນາມ”ໂດຍແມ່ນສະຖານທູດຫວຽດນາມປະຈຳສະຫະພັນລັດເຊຍແລະສູນອາຊຽນທີ່ຂຶ້ນກັບ MGIMO ຮ່ວມກັນຈັດຕັ້ງຂຶ້ນ. ນີ້ແມ່ນໜຶ່ງໃນຈຳນວນ 7 ເຫດການ ທີ່ສະຖານທູດຫວຽດນາມໄດ້ລິເລີ່ມປະຕິບັດໃນຂອບເຂດປີມິດຕະພາບລະຫວ່າງຫວຽດນາມ-ລັດເຊຍ, ມຸ້ງໄປສູ່ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດຄົບຮອບ 70 ປີ.

        ກ່າວເປີດກອງປະຊຸມສຳມະນາ, ທ່ານໂງດຶກແມັ້ງເອກອັກຄະລັດຖະທູດຫວຽດນາມປະຈຳສະຫະພັນລັດເຊຍໄດ້ເນັ້ນໜັກວ່າ: ການພົວພັນດ້ານການເມືອງລະຫວ່າງລັດເຊຍແລະອາຊຽນພວມພັດທະນາຢ່າງຈົບງາມ, ກົນໄກການພົບປະ, ພິເສດແມ່ນລະດັບຂັ້ນສູງໄດ້ຮັກສາໄວ້ຢ່າງເປັນປົກກະຕິ. ໃນຂົງເຂດປ້ອງກັນຄວາມສະຫງົບ, ສອງຝ່າຍພວມປະຕິບັດບັນດາກົນໄກການແລກປ່ຽນທັດສະນະແລະ ການເຄື່ອນໄຫວຮ່ວມໂດຍແນໃສ່ຕ້ານບັນດາໄພນາບຂູ່ແບບເກົ່າແລະແບບໃໝ່ ກໍ່ຄືການກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ, ກໍ່ຄືການແກ້ໄຂບັນດາບັນຫາທີ່ຕິດພັນເຖິງຄວາມໝັ້ນຄົງທາງທະເລ, ຄວາມເສລີໃນການເດີນເຮືອ, ການບິນ, ສະໜັບສະໜູນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ(DOC)ໃຫ້ຄົບຖ້ວນແລະມີປະສິດທິຜົນແລະບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ(COC) ໂດຍໄວ. ທ່ານ ເອກອັກຄະລັດຖະທູດຖືວ່າໜຶ່ງໃນບັນດາມາດຖານຂອງການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງລັດເຊຍແລະອາຊຽນແມ່ນການປະຕິບັດຕາມບັນດາບັນທັດຖານແລະຫຼັກການຂອງກົດໝາຍສາກົນ, ຕ້ານການອາລັກຂາແລະເຄື່ອນໄຫວພຽງແຕ່ຝ່າຍດຽວ…

ບັນດານັກຮຽນຮູ້ລ້ວນແຕ່ເຂົ້າຮ່ວມປະຊຸມສຳມະນາລ້ວນແຕ່ເຫັນດີໂດຍຖືວ່າການຈັດຕັ້ງກອງປະຊຸມສຳມະນາແມ່ນທັນການທີ່ສຸດແລະຫົວຂໍ້ກອງປະຊຸມສຳມະນາກໍ່ຕອບສະໜອງໄດ້ເຖິງຄວາມສົນໃຈ ກໍ່ຄືຄວາມປາດຖະໜາຂອງບັນດາຜູ້ແທນເມື່ອການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງລັດເຊຍແລະອາຊຽນໃກ້ຈະຄົບຮອບ 1 ປີ, ບັນດາປະເທດສະມາຊິກອາຊຽນແລະລັດເຊຍກໍ່ພ້ອມກັນແບ່ງປັນຜົນປະໂຫຍດລວມຫຼາຍຢ່າງ, ກໍ່ຄືການແກ້ໄຂບັນດາສິ່ງທ້າທາຍໃຫ່ມ./.

                                ວັນເຖືອງ, ນັກຂ່າວ VOV ປະຈຳການ ທີ່ ສະຫະພັນລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ