ກອງປະຊຸມສຳມະນາ “ການພົວພັນຫວຽດນາມ-ມຽນມາ:ຫວນຄືນຫຼັງແລະໃນຕໍ່ໜ້າ”

ກອງປະຊຸມສຳມະນາ “ການພົວພັນຫວຽດນາມ-ມຽນມາ:ຫວນຄືນຫຼັງແລະໃນຕໍ່ໜ້າ” - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ຖືກ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 8/12
(ພາບ: Mybinh)

(vovworld) – ກອງ​ປະ​ຊຸມ​ສຳ​ມະ​ນາ “ການພົວພັນຫວຽດນາມ-ມຽນມາ:ຫວນຄືນຫຼັງແລະໃນຕໍ່ໜ້າ” ​ຖືກ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 8/12, ຢູ່​ຮ່າ​ໂນ້ຍ ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້​ວາອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂຶ້ນ​ກັບ​ສະ​ຖາ​ບັນ​​ດີບ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ ສົມ​ທົບ​ກັບ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສາກ​ົນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ມຽນ​ມາ ສົມ​ທົບ​ກັນ​ຈັດ​ຕັ້ງ. ບັນ​ດາ​ຜູ້​ແທນ​ຖື​ວ່າ: ປະ​ຈຸ​ບັນ, ພາ​ລະ​ກິດ​ປ່ຽນ​ໃໝ່​ຂອງ​ຫວຽດ​ນາມ ແລະ “ວິ​ວັດ​​ການ​ຫັນ​ເປັນ​ປະ​ຊາ​ທິ​ປະ​ໄຕ 7 ບາດ​ກ້າວ” ຂອງ​ມຽນ​ມາ ພວມ​ສືບ​ຕໍ່​ໄດ້​ຮັບ​ການຍູ້​ແຮງ ແລະ ​ໄດ້​​ຮັບຫຼາຍ​ຜົນ​ງານ​​ເປັນ​ໜ້າ​ສົ່ງ​ເສີມ, ໄດ້​​ຮັບ​ການຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ. ວິ​ວັດ​ການນີ້ບໍ່​ພຽງ​ແຕ່​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ກ່​ວາ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປັບ​ປຸງ​ຄວາມ​ສະ​ຫງົບ, ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ໃນ​ບັນ​ດາ​ທົດ​ສະ​ວັດ​ຈະ​ມາ​ເຖິງ​ອີກ​ດ້ວຍ. ໃນ​ສະ​ພາບ​ການ​ໃໝ່​​ປະ​ຈຸ​ບັນ, ເມື່ອ​ປະ​ຕິ​ຮູບ, ເປີດ​ປະ​ຕູ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ກໍ່​ຄື​ຮັກ​ສາ​ສີ​ສັນ, ອະ​ທິ​ປະ​ໄຕ​ແຫ່ງ​ຊາດ - ຊົນ​ຊາດ ຂອງ 2 ປະ​ເທດ​ພວມ​ຮັບ​ຄວາມ​ດັນ​ຂອງ​ໂລ​ກາ​ພິ​ວັດ, ຄວາມ​ແກ່ງ​ແຍ້ງ​ດ້ານ​ການ​ເມືອງ​ເພີ່ມ​ຂຶ້ນ, ພິ​ເສດ​ແມ່ນ​ຈາກ​ບັນ​ດາ​ປະ​ເທດ​ໃຫຍ່ ​ດັ່ງ​ນັ້ນຄວາມ​ຕ້ອງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ຕ້ອງ​ໄດ້​ຮັບ​ການ​ຊຸກ​ຍູ້. ສິ່ງ​ດັ່ງ​ກ່າວ​ຮຽກ​ຮ້ອງ​ໃຫ້ 2 ປະ​ເທດ​ຕ້ອງ​ປ່ຽນ​ໃໝ່​​ຄວາມຮັບ​ຮູ້ກ່​ວາ​ອີກ ແລະ ມີ​ການ​ກະ​ທ​ຳ​ຍຸດ​ທະ​ສາດ​ທັນ​ກັນ, ນຳ​ການ​ພົວ​ພັນ 2 ປະ​ເທດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ແລະ ແທດ​ຈິງ​ກ່​ວາ. 2 ປະ​ເທດຄວນ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ກ່​ວາ​ອີກ, ສົມ​ທົບ​ເຊິ່ງ​ກັນ ແລະ ກັນ​ໃນ​ບັນ​ດາ​ການ​ຮ່ວມ​ມື ອາ​ຊຽນ, ໃນ​ນັ້ນ​ມີ​ການ​ເປີດ​ກ້​ວາງ ແລະ ຮັກ​ສາ​ສັນ​ຕິ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກກໍ່​ຄື​ເຂດ​ທະ​ເລ Andaman ຂອງ​ມຽນ​ມາ ຢູ່ ມະ​ຫາ​ສະ​ໝຸດ ອິນ​ເດຍ.


ຂ່າວ/ບົດ​ອື່ນ