ກອງປະຊຸມສຳມະນາ “ການສຶກສາມະຫາວິທະຍາໄລ - ຫັນເປັນມາດຖານ ແລະ ເຊື່ອມໂຍງເຂົ້າກັບສາກົນ”

(VOVWORLD) - ກອງປະຊຸມສຳມະນາແມ່ນເວທີປາໄສເພື່ອໃຫ້ບັນດານັກຊ່ຽວຊານ, ຄູອາຈານ, ພະນັກງານຄຸ້ມຄອງການສຶກສາ ແລະ ບັນດານັກວາງແຜນນະໂຍບາຍພ້ອມກັນແລກປ່ຽນ, ປຶກສາຫາລື, ສະເໜີບັນດາແນວຄວາມຄິດ ...
ກອງປະຊຸມສຳມະນາ “ການສຶກສາມະຫາວິທະຍາໄລ - ຫັນເປັນມາດຖານ ແລະ ເຊື່ອມໂຍງເຂົ້າກັບສາກົນ” - ảnh 1 ການປະຊຸມຂ່າວໃນວັນທີ 13 ເມສາ

ຕອນເຊົ້າວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ຂອງສະພາແຫ່ງຊາດໄດ້ສົມທົບກັບມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ໄດ້ຕັ້ງການພົບປະກັບສື່ມວນຊົນເພື່ອສະໜອງຂໍ້ມູນຂ່າວສານກ່ຽວກັບກອງປະຊຸມສຳມະນາການສຶກສາ 2018 ດ້ວຍຫົວຂໍ້ “ການສຶກສາຂັ້ນມະຫາວິທະຍາໄລ - ຫັນເປັນມາດຕະຖານ ແລະ ເຊື່ອມໂຍງເຂົ້າກັບສາກົນ”, ຄາດວ່າ, ກອງປະຊຸມສຳມະນາຈະຈັດຕັ້ງໃນເດືອນ ສິງຫາ 2018 ຢູ່ຮ່າໂນ້ຍ.

        ທ່ານ ຟ້າມເຕີດຖັ໋ງ, ຮອງຫົວໜ້າກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ໃຫ້ຮູ້ວ່າ: ກອງປະຊຸມສຳມະນາແມ່ນເວທີປາໄສເພື່ອໃຫ້ບັນດານັກຊ່ຽວຊານ, ຄູອາຈານ, ພະນັກງານຄຸ້ມຄອງການສຶກສາ ແລະ ບັນດານັກວາງແຜນນະໂຍບາຍພ້ອມກັນແລກປ່ຽນ, ປຶກສາຫາລື, ສະເໜີບັນດາແນວຄວາມຄິດ ຍົກສູງຄຸນນະພາບການສຶກສາຂັ້ນມະຫາວິທະຍາໄລຢູ່ ຫວຽດນາມ, ຊຸກຍູ້ການຮ່ວມມືສາກົນໃນຂົງເຂດນີ້. ຈາກນັ້ນ, ປະກອບສ່ວນສະໜອງພື້ນຖານດ້ານທິດສະດີ ແລະ ພຶດຕິກຳຕົວຈິງໃຫ້ແກ່ກຳມາທິການ, ບັນດາສະມາຊິກສະພາແຫ່ງຊາດໃນການປະຕິບັດພາລະໜ້າທີ່ຕິດຕາມກວດກາ, ສະເໜີແນະ ຕໍ່ສະພາແຫ່ງຊາດ ຕັດສິນນະໂຍບາຍ, ສ້າງກົດໝາຍໃຫ້ສົມບູນແບບ ເພື່ອພັດທະນາການສຶກສາຂັ້ນມະຫາວິທະຍາໄລ, ສ້າງຮ່າງກົດໝາຍ ປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາຂັ້ນມະຫາວິທະຍາໄລ ຄາດວ່າ ຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ເພື່ອຮັບຮອງເອົາທີ່ກອງປະຊຸມຄັ້ງທີ 6, ສະພາແຫ່ງຊາດຊຸດທີ 14.

ຕອບກັບ

ຂ່າວ/ບົດ​ອື່ນ