ກອງປະຊຸມສຳມະນາ ກ່ຽວກັບທະເລຕາເວັນ ອອກຢູ່ນີວຢອກ ປະເທດອາເມລິກາ

ກອງປະຊຸມສຳມະນາ ກ່ຽວກັບທະເລຕາເວັນ ອອກຢູ່ນີວຢອກ ປະເທດອາເມລິກາ - ảnh 1

ນະຄອນ​ນິວຢອກ

(ພາບ:photo.tamtay.vn)

( vovworld ) –  ຕອນ​ບ່າຍວັນທີ 4/6, ສະມາຄົມ​ອາຊີ ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຢູ່​ນີວຢອກ-​ ປະ​ເທດອາ​ເມ​ລິ​ກາ ດ້ວຍ​ຫົວ​ຂໍ້ວ່າ: “ບັນດາ​ເສັ້ນທາງ​ທະ​ເລ ​ແລະ ຖະ​ແຫຼ​ງການ​ອະທິປະ​ໄຕ“. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ທີ່​ເຂົ້າຮ່ວມ​ລ້ວນ​ແຕ່​ເນັ້ນໜັກ​ວ່າ: ການ​ແກ່ງ​ແຍ້​ງ​ໃນ​ການ​ອອກຖະ​ແຫຼ​ງການ​ອະທິປະ​ໄຕ ​ແລະ ພະລັງງານ​ໄດ້ ​ແລະ ພວມ​ກາຍ​ເປັນ​ສາຍ​ເຫດ​ທີ່​ກໍ່​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ປະ​ເທດ​ຕ່າງໆ, ນາບ​ຂູ່​ການ​​ເດີນ​ທະ​ເລຂອງ​ເຮືອ, ກຳ​ປັ່ນ​ຂອງ​ປະ​ເທດ​ຕ່າງໆ​ໄປ​ຜ່ານ​ສາຍ​ທາງ​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ຜູ້​ແທນ​ກໍ​ຖື​ວ່າ, ປະ​ເທດ​ຕ່າງໆ​ຖະ​ແຫຼ​ງອະທິປະ​ໄຕທະ​ເລ​ຕາ​ເວັນ​ອອກ​ຄວນ​ປະຕິບັດ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່ທະ​ເລ​ຕາ​ເວັນ​ອອກ​ເມື່ອ​ເດືອນ 11/2002, ບົນ​ພື້ນຖານ​ນັ້ນ ດຳ​ເນີນ​ການ​ເຈລະຈາ​ຄັ້ງຕ່າງໆ ​ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ພິພາດ​ອະທິປະ​ໄຕ​ໃນທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຄຽງ​ຄູ່​ກັນນັ້ນ, ອາ​ເມ​ລິ​ກາ ຕ້ອງ​ສືບ​ຕໍ່ສວມ​ບົດບາດ​ປົກ​ປ້ອງ​ບັນດາ​ສິດ​​ໃນ​ການ​ເດີນ​ທະ​ເລບົນທະ​ເລ​ຕາ​ເວັນ​ອອກ ​ແລະ ປະຕິບັດ​ຄຳໝັ້ນສັນຍາ​ຮັກສາ​ພື້ນຖານ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

   ສະມາຄົມ​ອາຊີ ​ໂດຍ​ທ່ານ John Davison Rockefeller III ສ້າງຕັ້ງຂຶ້ນ​​ເມື່ອ​ປີ 1956 ຊື່​ງ​ແມ່ນ​ອົງການ​ຈັດຕັ້ງບໍ່​ຫວັງ​ຜົນ​ປະ​ໂຫຍ​ດ, ມີໜ້າ​ທີ່​ເຜີຍ​ແຜ່​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ອາຊີ​ໃນ​ທົ່ວ​ໂລກ. ປະຈຸ​ບັນ, ສະມາຄົມ​ມີ​ສູນຢູ່​ລັດຈຳນວນ 1 ຂອງອາ​ເມ​ລິ​ກາ, ​ຢູ່ຈີນ, ຟີ​ລິບ​ປິນ, ອິນ​ເດຍ, ອົດ​ສະ​ຕາ​ລີ…. ​ແລະ ​ສຳນັກງານ​ຕົ້ນຕໍ​​ແມ່ນ​ຕັ້ງຢູ່​ນະຄອນ​ນີວຢອກ.

 

 

ຂ່າວ/ບົດ​ອື່ນ