ກອງປະຊຸມສຳມະນາ ກ່ຽວກັບສິ່ງທ້າທາຍ ສຳລັບວິສາຫະກິດ ຫວຽດນາມຢູ່ລັດເຊຍ


ກອງປະຊຸມສຳມະນາ ກ່ຽວກັບສິ່ງທ້າທາຍ ສຳລັບວິສາຫະກິດ ຫວຽດນາມຢູ່ລັດເຊຍ  - ảnh 1

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

(ພາບ: vov)

(vovworld)- ​ ວັນ​ທີ 21/12 ຢູ່​ນະຄອນຫຼວງ​ມົດ​ສະ​ກູ, ປະ​ເທດ​ລັດ​ເຊຍ, ສະຫະ​ສະມາຄົມ​ບັນດາ​ນັກທຸລະກິດ​ຫວຽດນາມ ຢູ່​ສະຫະພັນລັດ​ເຊຍ ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້ “ວິ​ກິດ​ການ​ຢູ​ແກຼນ, ຄຳ​ສັ່ງ​ຂວ້ຳບາດ​ເສດຖະກິດ​ລັດ​ເຊຍ, ສະກຸນ​ເງິນຣຸບອ່ອນ​ຕົວ​ລົງ-​ສິ່ງ​ທ້າ​ທາຍ ​ແລະ ມາດ​ຕະການ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ“. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຫງວຽນ​ແທງ​ເຊີນ, ​ເອກ​ອັກຄະ​ລັດຖະທູດ​ຫວຽດ​ນາມ ປະຈຳສະຫະພັນ​ລັດ​ເຊຍ ​ໄດ້​ຊົມ​ເຊີຍ​ສະຫະ​ສະມາຄົມ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່ສະຫະພັນ​ລັດ​ເຊຍ ທີ່​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຄວາມ​ໝາຍ​ໃນ​ສະພາບ​ການ​ປະຈຸ​ບັນ ​ແລະ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່ສະຫະພັນ​ລັດ​ເຊຍ ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ, ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ​ໃນ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ນີ້. ທ່ານເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ກໍ່​ໄດ້​ແຈ້ງ​ໃຫ້​ຊາບ​ຂ່າວ​ກ່ຽວ​ກັບ​ເລື່ອງ​ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ລັດ​ເຊຍ ​ໄດ້​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສຢູ່​ທີ່​ນີ້./.

ຂ່າວ/ບົດ​ອື່ນ