ກອງປະຊຸມສຳມະນາ ກ່ຽວກັບສິດທິມະ ນຸດແລະສື່ມວນຊົນ

ກອງປະຊຸມສຳມະນາ ກ່ຽວກັບສິດທິມະ ນຸດແລະສື່ມວນຊົນ - ảnh 1
(ພາບ:
baonghean)

 (vovworld)-​​​​ ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ສື່​ມວນ​ຊົນ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 24/10 ຢູ່​​ແຂວງ​ເງະ​ອານ ​ເພື່ອ​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ຄື: ກົດໝາຍ​ຫວຽດນາມ ​ກ່ຽວ​ກັບ​ສິດ​ເສລີພາບ​ສື່​ມວນ​ຊົນ, ​ເສລີພາບ​ສື່​ມວນ​ຊົນ ​ແລະ​ ສິດ​ໄດ້​ຮັບ​ຂ່າວ​ຂອງ ປຊຊ, ບົດບາດ​ຂອງ​​ສື່​ມວນ​ຊົນ​ໃນ​ການ​ປະຕິບັດ​ສິດ​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວສານ​ຂອງ ປຊຊ. ຖະ​ແຫຼ​ງຂ່າວ ​ແລະ ການລະ​ເມີດ​ຖະ​ແຫຼ​ງຂ່າວ​, ສິດ​ທະ​ມະນຸດ ​ແລະ ​ເສລີພາບ​ສື່​ມວນ​ຊົນ​ໃນ​ໄລຍະ​ເຊື່ອມ​ໂຍງ ​ແລະ ​ສື່​ມວນ​ຊົນກັບ​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງຊາວ​ກະສິກອນ…​ບັນດາ​ບົດ​ປະກອບ​ຄຳ​ເຫັນ, ຄຳ​ເຫັນ​ຕ່າງໆ​ໄດ້​ຢືນຢັນ​ບັນດາ​ອົງການ​ສື່​ມວນ​ຊົນ​ຫວຽດນາມ​ ພວມ​ພັດທະນາ​ຢ່າງ​ໄວວາ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ສົ່ງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ທຸກ​ດ້ານ​ໃນຊີວິດ​ສັງຄົມ​ເຖິງ ປຊຊ ​ເປັນ​ຢ່າງ​ດີ, ຄົ້ນພົບ, ຕຳ​ນິບັນດາ​ດ້ານ​ຫຍໍ້​ທໍ້​ໃນ​ຊີວິດ​ສັງຄົມ. ອົງການ​ຈັດຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາປາດ​ຖະໜາ​ວ່າ, ຜ່ານກອງ​ປະຊຸມ​ສຳ​ມະ​ນາຈະ​ໄດ​້ຮັບບົດ​ຂຽນ​ຕ່າງໆ​ຂອງ​ບັນດາ​ນັກຮຽນ​ຮູ້, ນັກຄົ້ນຄ້ວາ, ຄູ​ສອນ ​ແລະ ຜູ້​ເຮັດ​ວຽກ​​ໃນ​ຂົງ​ເຂດ​ສື່​ມວນ​ຊົນ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ຮູ້​ຄວາມເຂົ້າ​ໃຈ​ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ບັນດາ​ກົນ​ໄກ​ເພື່ອ​ປົກ​ປ້ອງ​ມະນຸດ.

ຂ່າວ/ບົດ​ອື່ນ