ກອງປະຊຸມສຳມະນາ “ ຂໍ້ກຳນົດກ່ຽວກັບ ກຳມະບານຫວຽດນາມ ໃນລັດຖະທຳມະນູນປີ 1992”

ກອງປະຊຸມສຳມະນາ “ ຂໍ້ກຳນົດກ່ຽວກັບ ກຳມະບານຫວຽດນາມ  ໃນລັດຖະທຳມະນູນປີ 1992” - ảnh 1
ທີ່​ກອງ​ປະຊຸມ​ສຳ​ມະ​ນາ
( ພາບ: cpv.org.vn )

( vovworld ) -    ວັນ​ທີ 31/7, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ໃຫຍ່ແຮງ​ງານ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ “ຂໍ້​ກຳນົດ​ກ່ຽວ​ກັບ​ກຳມະບານ​ຫວຽດນາມ  ​ໃນ​ລັດຖະທຳ​ມະນູນປີ 1992 - ສະພາບ​ຕົວ​ຈິງ ​ແລະ ຂໍ້​ສະ​ເໜີ​ປັບປຸງ​ໃຫ້​ສົ​ມບູຍນ​ແບບ”. ທ່ານ​ຮອງ​ປະທານສະຫະພັນໃຫຍ່ແຮງ​ງານ​ຫວຽດນາມ Hoang Ngoc Thanh ​ໄດ້​ເນັ້ນ​ໜັກ​ວ່າ; ການ​ປັບປຸງ, ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ກຳມະບານ​ຫວຽ​ດນາມ ​ໃນ​ລັດຖະທຳ​ມະນູ​ນ​ແມ່ນ​ບັນຫາ​ທີ່​ສຳຄັນ. ນັ້ນ​ແມ່ນ​ຫຼັກ​ຖານ, ສ້າງ​ເງື່ອນ​ໄຂ​ດ້ານ​ນິຕິ​ກຳ​ໃຫ້​ແກ່​ອົງການ ​ແລະ ການ​ເຄື່ອນ​ໄຫວ​ກຳມະບານ. ສະຫະພັນ​ໃຫຍ່ແຮງ​ງານ​ຫວຽດນາມ ຫວັງ​ວ່າ ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ຈະ​ຮັບ​​ເອົາ​ຄວາມ​ຄິດ​ຄວາມ​ເຫັນ​ຫຼາຍ​ຢ່າງຈາກ​ບັນດາ​ນັກວິທະຍາສາດ, ຜູ້​ຕາງ​ໜ້າກຳມະບານ​ແຂວງ, ນະຄອນ, ກຳມະບານຂະ​ແໜງ​ ​ເພື່ອ​ມີ​ພື້ນ​ຖານ​ດ້ານທິດ​ສະ​ດີ ​ແລະ ພຶດຕິ​ກຳຕົວ​ຈິງ​ເຂົ້າ​ຮ່ວມ ພ້ອມ​ກັບ​ຄະນະ​ກຳມະການ​ຮຽບຮຽງປັບປຸງ​ລັດຖະທຳ​ມະນູນ ບັນດາ​ເນື້ອ​ໃນ​ຕ້ອງ​ປັບປຸງ, ​ເພີ່ມ​ເຕີ​ມຂໍ້​ກຳ​ກົດ​ຕ່າງໆ​ກ່ຽວ​ກັບ​ກຳມະບານ​ຫວຽ​ດນາມ ​ໃນ​ລັດຖະທຳ​ມະນູນ​ໃຫ້​​ແທດເໝາະກັບ​ສະພາບການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ ​ແລະ ຄວາມ​ຮຽກຮ້ອງຕ້ອງການ​ໃນ​ການ​ສ້າງ ​ແລະ ພັດທະນາຊົນ​ຊັ້ນ​ກຳມະກອນ​ໃນ​ໄລຍະ​ໃໝ່.

ຂ່າວ/ບົດ​ອື່ນ