ກອງ​ປະຊຸມ​ສຳ​ມະ​ນາ “ຄວາມ​ໝັ້ນຄົງ​​ໃນການ​ເດີນ​ທະ​ເລ​ຢູ່​ອາຊຽນ“

ກອງ​ປະຊຸມ​ສຳ​ມະ​ນາ  “ຄວາມ​ໝັ້ນຄົງ​​ໃນການ​ເດີນ​ທະ​ເລ​ຢູ່​ອາຊຽນ“ - ảnh 1

ບັນດາ​ປູ້​ແທນ​ເຂົ້າຮ່ວມກອງ​ປະຊຸມ​ສຳ​ມະ​ນາ

(ພາບ:.tuoitre.vn)​

( vovworld ) – ຕອນບ່າຍ​ວັນ​ທີ 30/8, ຢູ່​ນະຄອນຫຼວງ​ຈັ​ກກາ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ, ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາ​ສາກົນດ້ວຍ​ຫົວ​ຂໍ້ “ຄວາມ​ໝັ້ນຄົງ​ໃນ​ການ​ເດີນ​ທະ​ເລ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້“ ​ໂດຍ​ເວທີ​ປາ​ໄສ​ປາຊິ​ຟິກ, ຂຶ້ນ​ກັບ​ສູນ​ຍຸດ​ທະ​ສາດ ​ແລະ ຄົ້ນຄ້ວາ​ສາກົນ ສົມທົບ​ກັບ​ສູນ Habibie ຂອງ​ອິນ​ໂດ​ເນ​ເຊຍ ຈັດຕັ້ງຂຶ້ນ. ກ່າວ​ຄຳ​ເຫັນ​ໄຂກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ Ima Abdulrahim, ຜູ້ອຳນວຍການ​ບໍລິຫານ​ສູນ Habibie ​ເນັ້ນໜັກ​ວ່າ: ກອງ​ປະຊຸມ​ສຳ​ມະ​ນາດັ່ງກ່າວ​ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດາ​ຜູ້​ຊ່ຽວຊານ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມສະຫງົບ​ທາງທະ​ເລ​ໃນ​ພາກ​ພື້ນ ​ແລະ ສາກົນ ​ສາມາດແລກປ່ຽນ ​ແລະ ປຶກສາ​ຫາລື​ຢ່າງເປີດ​ກ່ຽວ​ກັບ​ບັນຫາການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນການ​ເດີນ​ທະ​ເລ​ຢູ່ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ແລກປ່ຽນ​ບັນດາ​ບັນຫາ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​​ໃນການ​ເດີນ​ທະ​ເລ, ຄວາມສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ບັນດາ​ບັນຫາ​ສິ່ງ​ແວດ​ລ້ອມ​ທະ​ເລ….ກ​ອງປະຊຸມ​ສຳ​ມະ​ນາ​ໄດ້​ເຫັນ​ດີ​ວ່າ: ​ເພື່ອ​ຮັບປະກັນຄວາມສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ຮຽກຮ້ອງ​ໃຫ້​​ອີງ​ຕາມ​ບັນດາ​ພື້ນຖານ​ດ້ານ​ກົດໝາຍ​ຊື່​ງ​ໄດ້ຮັບ​ການ​ຮັບ​ຮູ້​ຈາກ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ​ປີ 1982 ຂອງ ສປຊ, ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຮ່ວມ​ມື​ເພີ່ມ​ທະວີ​ການ​ສ້າງ ​ແລະ ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງບັນດາ​ປະ​ເທດ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ.

 

 

ຂ່າວ/ບົດ​ອື່ນ