ກອງປະຊຸມສຳມະນາ “ຊຸກຍູ້ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ຈີນ“

ກອງປະຊຸມສຳມະນາ “ຊຸກຍູ້ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ຈີນ“ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ “ຊຸກຍູ້​ການ​ຮ່ວມ​ມື
ດ້ານ​ເສດຖະກິດ​ ຫວຽດນາມ - ຈີນ“

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ “ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ ຫວຽດນາມ - ຈີນ“ ດຳ​ເນີນ​ໃນ​ວັນ​ທີ 27/12, ຢູ່ ຮ່າ​ໂນ້ຍ, ​ເຊິ່ງ​ໄດ້​ດຶງ​ດູດ​ຜູ້​ແທນ 100 ກວ່າ​ຄົນ​ເຂົ້າ​ຮ່ວມ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ, ປະທານ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດນາມ - ຈີນ, ຖື​ວ່າ, ນີ້​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ, ບັນດາ​ອົງການ​ຄົ້ນ​ຄ້ວາ…ຕີ​ລາຄາ​ຮອບດ້ານ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ລະຫວ່າງ ຫວຽດນາມ - ຈີນ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ​ ແມ່ນ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ເລື່ອງ

​ຊຸ​ກຍູ້​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ​ໃຫ້​ພັດທະນາ​ຢ່າງ​ເປັນ​ປົກກະຕິ, ປອດ​​ໄສ ​ແລະ ໝັ້ນຄົງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ, ​ເນັ້ນ​ໜັກ​ວ່າ:

        “ຈີນ​ແມ່ນ​ຄູ່​ຮ່ວມ​ມື​ໃຫຍ່​ດ້ວຍ​ທ່າ​ແຮງ​ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃຫ້​ແກ່​ການ​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ເຖິງ​ແຫຼ່ງທຶນ, ​ເຕັກ​ໂນ​ໂລ​ຢີ,​ຕະຫຼາດ ​ແລະ ການທ່ອງທ່ຽວ. ຄວາມ​ຈິງ​ແລ້ວ, ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ, ທັງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ. ຈີນ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການທ່ອງທ່ຽວ​ໃຫຍ່​ສຸດ​ຂອງ​ ຫວຽດນາມ, ຢືນ​ອັນ​ດັບ 8 ​ໃນ​ຈຳນວນ​ປະ​ເທດ ​ແລະ ພາກ​ພື້ນ​ລົງທຶນ​ເຂົ້າ ຫວຽດນາມ. ສ່ວນ ຫວຽດນາມ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ສຸດ​ຂອງ​ຈີນ​ໃນ​ອາ​ຊຽນ“.
      ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ເໜີ​ບັນດາ​ຜູ້​ແທນ​ລົງ​ເລິກ​​ເຂົ້າ​ໃນ​ການ​ແລກປ່ຽນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ບັນດາ​ຜົນງານ​ທີ່​ບັນລຸ​ໄດ້; ສະ​ເໜີ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງ​ທີ່​ຍັງ​ຄົງ​ຄ້າງ ພ້ອມ​ກັບ​ບັນດາ​ທິດ​ທາງ, ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ກັບ ຈີນ ​ໃຫ້​ພັດທະນາ​ຢ່າງ​ສົມ​ດຸນ, ປອດ​ໄສ ​ແລະ ໝັ້ນຄົງ.

 

 

ຂ່າວ/ບົດ​ອື່ນ