ກອງປະຊຸມສຳມະນາ “ຊີວະນາໆພັນນຳມາເຊິ່ງບັນດາກາລະໂອກາດ, ການຫາເງິນລ້ຽງຊີບ ແລະ ການພັດທະນາຢູ່ ຫວຽດນາມ”

(VOVWORLD) -ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ, ພ້ອມກັບເລື່ອງສ້າງບັນດາແນວພັນເຂົ້າໃໝ່, ໂຄງການໄດ້ສຸມໃສ່ຄົ້ນຄວ້າບັນດາມາດຕະການແກ້ໄຂເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນຳໃຊ້ແຫຼ່ງຊັບພະນາກອນປະຢັດ
ກອງປະຊຸມສຳມະນາ “ຊີວະນາໆພັນນຳມາເຊິ່ງບັນດາກາລະໂອກາດ, ການຫາເງິນລ້ຽງຊີບ ແລະ ການພັດທະນາຢູ່ ຫວຽດນາມ” - ảnh 1ກອງປະຊຸມສຳມະນາ
(ພາບ: TTXVN)

        ວັນທີ 13 ມີນາ, ຢູ່ ເກີນເທີ, ມະຫາວິທະຍາໄລ ເກີນເທີ ສົມທົບກັບ Global Crop Diversity Trust (ກອງທຶນສາກົນຕົ້ນໄມ້ນາໆຊະນິດທົ່ວໂລກ) ໄດ້ຈັດກອງປະຊຸມສຳມະນາ “ຊີວະນາໆພັນນຳມາເຊິ່ງບັນດາກາລະໂອກາດ, ການຫາເງິນລ້ຽງຊີບ ແລະ ການພັດທະນາຢູ່ ຫວຽດນາມ”. ນີ້ກໍ່ແມ່ນຊື່ຂອງໂຄງການເຊິ່ງຈະໄດ້ຜັນຂະຫຍາຍຢູ່ ຫວຽດນາມ ໄລຍະ 2023 – 2024, ດ້ວຍຍອດລາຍຈ່າຍປະຕິບັດກວ່າ 477.000 USD ໂດຍລັດຖະບານ ນອກແວ ອຸປະຖຳ, ເພື່ອສ້າງທະນາຄານແນວພັນເຂົ້າ, ພັດທະນາເຂົ້າໄໝ່, ຜະລິດອອກບັນດາແນວພັນເຂົ້າທີ່ມີສະມັດຕະພາບສູງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດເປັນຢ່າງດີ…

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ, ພ້ອມກັບເລື່ອງສ້າງບັນດາແນວພັນເຂົ້າໃໝ່, ໂຄງການໄດ້ສຸມໃສ່ຄົ້ນຄວ້າບັນດາມາດຕະການແກ້ໄຂເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນຳໃຊ້ແຫຼ່ງຊັບພະນາກອນປະຢັດ; ສ້າງລະບົບຂໍ້ມູນຮັບໃຊ້ວຽກງານເຕືອນໄພໄວ, ພະຍາກອນອາກາດ, ປ້ອງກັນ ຕ້ານໄພທຳມະຊາດ, ພະຍາດ. ພ້ອມກັນນັ້ນ, ກໍ່ສະເໜີໂຄງການເພີ່ມທະວີການຝຶກອົບຮົມໃຫ້ແກ່ພະນັກງານ, ຊາວກະສິກອນກ່ຽວກັບວິທີເລືອກເອົາແນວພັນ ແລະ ເຕັກນິກການປູກຝັງໃຫ້ເໝາະສົມກັບແຕ່ລະເຂດພາກ.

ຕອບກັບ

ຂ່າວ/ບົດ​ອື່ນ