ກອງ​ປະຊຸມ​ສຳ​ມະ​ນາ​ ຕີ​ລາຄາ​ໂຄງການ​ໜູນ​ຊ່ວຍ​ ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​

ກອງ​ປະຊຸມ​ສຳ​ມະ​ນາ​ ຕີ​ລາຄາ​ໂຄງການ​ໜູນ​ຊ່ວຍ​ ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ - ảnh 1

ຜັນ​ຂະຫຍາຍການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃນ​ທົ່ວ​ປະ​ເທດ

(ພາບ:baohiemxahoi.gov.vn)

( vovworld ) – ​ຕອນ​ເຊົ້າວັນ​ທີ 10/4, ຢູ່​ນະຄອນ Hue ​ແຂວງ Thua Thien Hue ສະພາ​ຊົນ​ຜົ່າຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​​ສົມທົບ​ກັບ​ໂຄງການ​ພັດທະນາ​ສະຫະ​ຫະຊາ​ຊາດ UNDP ໄດ້​ໄຂກອງ​ປະຊຸມ​ສຳ​ມະ​ນາ​ “ຕີ​ລາຄາ​ປະສິດທິ​ຜົນ​ຂອງ​ໂຄງການ​ໜູນ​ຊ່ວຍ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໄວວາ ສຳລັບ 62 ​ເມືອງ​ທຸກ​ຍາກ​ຕາມ​ມະຕິ​ເລກທີ 30a ຂອງ​ລັດຖະບານ​ຫວຽດນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Nguyen Danh Ut ຮອງ​ປະທານ​ສະພາ​ຊົນ​ເຜົ່າ ສະພາ​ແຫ່ງຊາດ​ຫວຽດນາມ​ຊີ້​ແຈ້ງວ່າ:   “ໂຄງການ​ໜູນ​ຊ່ວຍ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໄວວາ ສຳລັບ 62 ​ເມືອງ​ທຸກ​ຍາກ​​ໄດ້​ສ້າງ​ການ​ຫັນປ່ຽນ​ຢ່າງ​ໄວວາ​ຕໍ່​ຊີວິດ​ດ້ານ​ຈິດ​ໃຈ ​ແລະ ວັດຖຸ​ຂອງ​ຜູ້​ທຸກ​ຍາກ, ຮັບປະກັນ​ຮອດ​ປີ 2020 ຈະ​ເທົ່າ​ທຽມ​ກັບ​ເມືອງ​ອື່ນໆ. ຄຽງ​ຄູ່​ກັນນັ້ນ, ​ໂຄງການ​ຍັງ​ໜູນ​ຊ່ວຍ​ພັດທະນາ​ການ​ຜະລິດກະສິກຳ, ປ່າ​ໄມ້​ແບບ​ຍືນ​ຍົງ​ຕາມ​ທິດ​ຜະລິດ​ສິນຄ້າ, ສ້າງ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ​ສັງຄົມ​ເໝາະ​ສົມ​ກັບ​ແຕ່ລະ​ເມືອງ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງໝັ້ນຄົງ

   ​ໃນ​ໄລຍະ 2011-2015, ທ້ອງ​ຖິ່ນ​ຕ່າງໆ​ໄດ້​ຕິດ​ພັນຈຸດໝາຍປະຕິບັດ​ມະຕິ​ເລກທີ 30a ກັບ​ຄາດໝາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ສຸມ​ໃສ່​ລົງທຶນ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ຢູ່​ບັນດາ​ເມືອງ​ທຸກ​ຍາກ; ​ເພີ່ມ​ທະວີ​ຄວາມ​ສາມາດ​ໃຫ້​ແກ່​ປະຊາຊົນ ​ແລະ ວົງ​ຄະນາ​ຍາດ ​ເພື່ອ​​ເສີມຂະຫຍາຍ​ປະສິດທິ​ຜົນ​ຂອງ​ບັນດາ​ກິດຈະກຳ​ພື້ນຖານ​ໂຄງ​ລ່າງ​ທີ່​ໄດ້​ຮັບ​ການ​ລົງທຶນ​ແລ້ວ, ສູ້​ຊົນ​ຮອດ​ປີ 2015, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຈະ​ຫລຸດ​ລົງ​ຍັງ​ເຫຼືອ​ພຽງ 25%.

 

ຂ່າວ/ບົດ​ອື່ນ