ກອງ​ປະ​ຊຸມ​ສຳ​ມະ​ນາ ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 14: ມຸ່ງ​ໄປ​ເຖິງ​ສັນ​ຕິ​ວິ​ທີ ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ

(VOVWORLD) - ບັນດາຄຳເຫັນຢູ່ກອງປະຊຸມຖືວ່າ ບັນດາປະເທດຕ້ອງຮ່ວມມືກັນເພື່ອຮັບຮູ້ບັນດາໄພນາບຂູ່ຊ້ອນແຝງທາງທະເລ, ບັນດາສິ່ງທ້າທາຍຫາກໍ່ພົ້ນເດັ່ນຂຶ້ນ ແລະ ພ້ອມກັນກະທຳ ເພື່ອສະກັດກັ້ນ.
ກອງ​ປະ​ຊຸມ​ສຳ​ມະ​ນາ ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 14: ມຸ່ງ​ໄປ​ເຖິງ​ສັນ​ຕິ​ວິ​ທີ ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ - ảnh 1ເກາະເຈື່ອງຊາ ໃຫຍ່ຂຶ້ນກັບໝູ່ເກາະເຈື່ອງຊາຂອງ ຫວຽດນາມ (ພາບ: baochinhphu)

ກອງປະຊຸມສຳມະນາທະເລຕາເວັນອອກຫາກໍ່ຈັດຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ (ປະເທດ ອາເມລິກາ) ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຮ່ວມມືມຸ່ງໄປເຖິງການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິິວິທີສຳລັບທຸກປະເທດທີ່ກ່ຽວຂ້ອງກໍ່ຄືຜົນປະໂຫຍດໃນພາກພື້ນ. ນີ້ແມ່ນກອງປະຊຸມສຳມະນາ ກ່ຽວກັບທະເລຕາເວັນອອກຄັ້ງທີ 14 ໂດຍສູນຄົ້ນຄ້ວາຍຸດທະສາດສາກົນ ອາເມລິກາ ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງນັກຮຽນຮູ້, ນັກການທູດ ແລະ ນັກຄົ້ນຄ້ວາ ໃນທົ່ວໂລກ. ບັນດາຄຳເຫັນຢູ່ກອງປະຊຸມຖືວ່າ ບັນດາປະເທດຕ້ອງຮ່ວມມືກັນເພື່ອຮັບຮູ້ບັນດາໄພນາບຂູ່ຊ້ອນແຝງທາງທະເລ, ບັນດາສິ່ງທ້າທາຍຫາກໍ່ພົ້ນເດັ່ນຂຶ້ນ ແລະ ພ້ອມກັນກະທຳ ເພື່ອສະກັດກັ້ນ. ທ່ານ ປ.ອ ຫງວຽນຮູ່ງເຊີນ, ຮອງຫົວໜ້າສະຖາບັນການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

ມີຫຼາຍປະເທດຍົກສູງເລື່ອງບັນດາປະເທດ, ພິເສດແມ່ນບັນດາປະເທດໃຫຍ່, ຕ້ອງປະຕິບັດຕາມກົດໝາຍສາກົນຢູ່ທະເລຕາເວັນອອກຢ່ງເຂັ້ມງວດ, ຕ້ອງເປັນແບບຢ່າງທີ່ດີໃນການປະພຶດຢ່າງມີຄວາມຮັບຜິດຊອບ, ຮັບປະກັນການຮັກສາສັນຕິພາບ ແລະ ສະຖຽນລະພາບ. ພິເສດແມ່ນບັນດາປະເທດກໍ່ຕ້ອງຍົກສູງເລື່ອງບັນດາປະເທດໃຫຍ່ ຕ້ອງຮ່ວມມືກັນ ເພື່ອພ້ອມກັນຮັກສາສະຖຽນລະພາບລວມ, ຍ້ອນວ່າ ບໍ່ມີຝ່າຍໃດເຖິງວ່າປະເທດນ້ອຍ ຫຼື ໃຫຍ່ ຢາກໃຫ້ພາກພື້ນອາຊີ ປາຊີຟິກຕົກເຂົ້າສູ່ສະພາບການສັບສົນ ຄ້າຍຄືກັນກັບບັນດາພາກພື້ນອື່ນໆໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ