ກອງ​ປະ​ຊຸມ​ສຳ​ມະ​ນາ “ປະ​ທານ​ໂຮ່​ຈີມິນ ມາ​ເຂດ​ປອດ​ໄພ​ດິ້ງ​ຮົວ, ທາຍງວຽນ”

(VOVWORLD) - ກອງປະຊຸມສຳມະນາເພື່ອຂ່ຳນັບຊົມເຊີຍ 132 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ, ປະກອບສ່ວນສຶກສາມູນເຊື້ອປະຫວັດສາດ-ການປະຕິວັດຂອງບ້ານເກີດເມືອງນອນ ທາຍງວຽນ.
ກອງ​ປະ​ຊຸມ​ສຳ​ມະ​ນາ “ປະ​ທານ​ໂຮ່​ຈີມິນ ມາ​ເຂດ​ປອດ​ໄພ​ດິ້ງ​ຮົວ, ທາຍງວຽນ” - ảnh 1

 (ພາບ: qdnd.vn)

   ວັນທີ 20 ພຶດສະພາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດເຂດປອດໄພດິ້ງຮົວ (ເມືອງດິ້ງຮົວ, ແຂວງທາຍງວຽນ), ຄະນະພັກແຂວງທາຍງວຽນ ສົມທົບກັບສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ “ປະທານໂຮ່ຈີມິນ ມາເຂດປອດໄພດິ້ງຮົວ, ທາຍງວຽນ-ການຕັດສິນຄັ້ງປະຫວັດສາດ ສ້າງໄຊຊະນະອັນສະຫງ່າລາສີຂອງການຕໍ່ຕ້ານ, ສ້າງສາປະເທດຊາດ”. ກອງປະຊຸມສຳມະນາດ ເພື່ອແນໃສ່ສືບຕໍ່ເຮັດໃຫ້ເລິກເຊິ່ງ ແລະ ຢັ້ງຢືນຄວາມໝງາຍ, ຄຸນຄ່າ, ຄວາມສຳຄັນ, ຂອບຂະໜາດຂອງເຫດການປະຫວັດສາດພິເສດ “75 ປີແຫ່ງວັນ ປະທານໂຮ່ຈີມິນ ມາເຂດປອດໄພດິ້ງຮົວ, ທາຍງວຽນ ພ້ອມກັບສູນກາງພັກ ແລະ ລັດຖະບານ, ຊີ້ນຳການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຮຝະລັ່ງຜູ້ຮຸກຮານໄດ້ຮັບໄຊະນະ”. ກອງປະຊຸມສຳມະນາເພື່ອຂ່ຳນັບຊົມເຊີຍ 132 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ, ປະກອບສ່ວນສຶກສາມູນເຊື້ອປະຫວັດສາດ-ການປະຕິວັດຂອງບ້ານເກີດເມືອງນອນ ທາຍງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ