ກອງປະຊຸມສຳມະນາ ສົ່ງເສີມການລົງທຶນແລະ ເປີດຫ້ອງການການຄ້າ ຫວຽດນາມ ປະຈຳ ມີລານ, ອີຕາລີ

ກອງປະຊຸມສຳມະນາ ສົ່ງເສີມການລົງທຶນແລະ ເປີດຫ້ອງການການຄ້າ ຫວຽດນາມ ປະຈຳ ມີລານ, ອີຕາລີ - ảnh 1
ເປີດ​ຫ້ອງການ​ການ​ຄ້າ​ຫວຽດນາມ ປະ​ຈຳ ມີ​ລານ, ອີ​ຕາ​ລີ
(ພາບ: Vietnam+)


(vovworld) - ຕອນ​ເຊົ້າ​ວັນ​ທີ 04/04, ຢູ່​ສຳນັກງານ​ຂອງ​ສະຫະພັນ​ວົງ​ການ​ຜູ້​ວ່າການ​ເຂດ Lombardy (Assolombarda), ປະ​ເທດ​ອີ​ຕາ​ລີ ​ໄດ້​ຈັດ​ກອງ​ປະຊຸມ​ໂຕະມົນ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ລົງທຶນ​ລະຫວ່າງ​ຫວຽດນາມ - ອີ​ຕາ​ລິ ​ແລະ ​ເປີດ​ຫ້ອງການ​ຕາງໜ້າ​ເສດຖະກິດ -ການ​ຄ້າ​ຫວຽດນາມ ຢູ່ Lombardy, ​ເຂດ​ເສດຖະກິດ​ພັດທະນາ​ທີ່​ສຸດ​ຂອງ​ອີ​ຕາ​ລີ ​ແລະ ​ແມ່ນ​ໜຶ່ງ​​ໃນ​ບັນດາ​ເຂດ​ເສດຖະກິດ​ອັນ​ດັບ​ໜຶ່ງ​ຂອງ​ເອີ​ລົບ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ປະທານ Assolombarda, Alssandro Spada ​ໃຫ້​ຮູ້​ວ່າ, ບັນດາ​ວິ​ສາ​ຫະກິດ​ເຂດ Lombardy ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສົ່ງ​ອອກ ກໍ່​ຄື​ເປີດ​ກວ້າງ​ຕະຫຼາດ​ລົງ​ທຶນ​ກັບ​ບັນດາ​ປະ​ເທດ​​ໃນ​ພາກ​ພື້ນ​ອາຊີ, ພິ​ເສ​ດ​ແມ່ນ​ຫວຽດນາມ. ສະ​ນັ້ນ, ການຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ​ແມ່ນ​ກາລະ​ໂອກາດ​ທີ່​ດີ ​ເພື່ອ​ຊ​ອກຮູ້​ສະພາບລົງທຶນ​ຢູ່​ຫວຽດນາມ. ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ບຸ​ຍກວາງ​ວິ​ງ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ຫວຽດນາມ ຈະ​ຮ່ວມ​ເດີນ​ທາງ, ສະໜັບສະໜູນ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ອີ​ຕາ​ລີ ​ເວົ້າ​ລວມ ​ແລະ ​ເຂດ Lombardy ​ເວົ້າ​ສະ​ເພາະ ​ເມື່ອ​​ເຂົ້າ​ມາຫວຽດນາມ ຊອກ​ຮູ້ ​ແລະ ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ທັງ 2 ຝ່າຍ.

    ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ລັດຖະມົນ​ຕີ ບຸ​ຍກວາງ​ວິ​ງ ​ແລະ ວົງ​ການ​​ເຈົ້າ​ໜ້າ​ທີ່ການ​ຄ້າ​ເຂດ Lombardy ​ໄດ້​ດຳ​ເນີນ​ພິທີ​ຕັດ​ແຖ​ບຜ້າ​​​ເປີດຫ້ອງການ​ຕາງໜ້າ​ເສດຖະກິດ - ການ​ຄ້າ​ຫວຽດນາມ ປະ​ຈຳ ມີ​ລານ ປະ​ເທດ ອີ​ຕາ​ລີ.

ຂ່າວ/ບົດ​ອື່ນ