ກອງ​ປະ​ຊຸມ​ສຳ​ມະ​ນາ ສາ​ກົນ ກ່ຽວ​ກັບ​ການອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ໝູ່​ບ້ານ​ອາ​ຊີບ

(VOVWORLD) -  ຕອນເຊົ້າວັນທີ 10 ພະຈິກ ຢູ່ຮ່າໂນ້ຍ, ໃນຂອບເຂດ Festival ໝູ່ບ້ານອາຊີບ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດກອງປະຊຸມສຳມະນາສາກົນ ກ່ຽວກັບການ“ອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບ”.
ກອງ​ປະ​ຊຸມ​ສຳ​ມະ​ນາ ສາ​ກົນ ກ່ຽວ​ກັບ​ການອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ໝູ່​ບ້ານ​ອາ​ຊີບ - ảnh 1ກອງປະຊຸມສຳມະນາສາກົນ ກ່ຽວກັບການ“ອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບ” (ພາບ: VOV)

ໃນກອງປະຊຸມສຳມະນາ, ນອກຈາກການແບ່ງປັນປະສົບການບົດຮຽນ ແລະ ວິທີເຮັດທີ່ດີ ໃນການອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບ, ຜູ້ແທນບາງທ່ານຖືວ່າ ບັນດາໝູ່ບ້ານອາຊີບຢູ່ ຫວຽດນາມ ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍໃຫຍ່, ຄື: ຍັງບໍ່ທັນໝູນໃຊ້ຄວາມກ້າວໜ້າຂອງວິທະຍາສາດເຕັກນິກ; ຂາດແຄນແຮງງານໜຸ່ມມີສີມືແຮງງານ; ບາງເຕັກນິກພື້ນເມືອງ ທີ່ລະອຽດອ່ອນມີຄວາມສ່ຽງຖືກສູນຫາຍໄປ… ນັກສິລະປະການດີເດັ່ນ ຫງວຽນວັນຕິງ, ຢູ່ໝູ່ບ້ານເຮັດເຄື່ອງຈັກສານ ຝູວິງ, ນະຄອນ ຮ່າໂນ້ຍ ແບ່ງປັນວ່າ:

        “ມີຫຼາຍອາຊີບຫັດຖະກຳພວມໄດ້ຮັບການຟື້ນຟູ ແລະ ພັດທະນາ. ຂ້າພະເຈົ້າ ສະເໜີໃຫ້ສ້າງກົນໄກນະໂຍບາຍໃຫ້ບັນດານັກສິລະປະການ, ນາຍຊ່າງເກັ່ງ ເພາະວ່າ ເຂົາເຈົ້າເປັນຜູ້ທີ່ອະນຸລັກຮັກສາອາຊີບ, ຮັກສາຄວາມງາມທາງດ້ານວັດທະນະທຳຂອງຊາດໄວ້ ແຕ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການດຳລົງຊີວິດ”.

        ຜູ້ແທນບາງທ່ານກໍສະເໜີໃຫ້ເພີ່ມທະວີການເຊື່ອມຕໍ່ການຈຳໜ່າຍບັນດາຜະລິດຕະພັນຫັດຖະກຳສິລະປະກັບຕະຫຼາດ ສາກົນ.

        ໃນກອງປະຊຸມສຳມະນາ, ສູນສົ່ງເສີມການຄ້າກະສິກຳ ຫວຽດນາມ ແລະ ຜູ້ຕາງໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດນະຄອນ ຮ່າໂນ້ຍ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກັບບາງຄູ່ຮ່ວມມືສາກົນ ທີ່ເຄື່ອນໄຫວໃນຂົງເຂດຈັດງານຕະຫຼາດນັດ, ພື້ນຖານດີຈີຕອນ ແລະ ທະນາຄານ ເພື່ອສົ່ງເສີມການຄ້າສຳລັບບັນດາຜະລິດຕະພັນດັ່ງກ່າວ ອອກສູ່ຕະຫຼາດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ