ກອງປະຊຸມສຳມະນາ ສາກົນ “ຮ່ວມມືດ້ານ ເສດຖະກິດອາຊຽນ - ສ.ເກົາຫຼີ”

ກອງປະຊຸມສຳມະນາ ສາກົນ “ຮ່ວມມືດ້ານ ເສດຖະກິດອາຊຽນ - ສ.ເກົາຫຼີ” - ảnh 1
ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ຮ່ວມ​ມື​ດ້ານ​ເສດຖະກິດ​ອາ​ຊຽນ - ສ.​ເກົາຫຼີ”
(ພາບ: thainguyentv.vn)

(vovworld) - ກອງ​ປະຊຸມ​ສຳ​ມະ​ນາສາ​ກົນດ້ວຍ​ຫົວ​ຂໍ້​ວ່າ “ຮ່ວມ​ມື​ດ້ານ​ເສດຖະກິດ​ອາ​ຊຽນ - ສ.​ເກົາຫຼີ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບາງ​ໂຮງຮຽນ​ສະມາຊິກທີ່ຂຶ້ນ​ກັບ​ມະຫາວິທະຍາ​ໄລ ​​ທ໋າຍງວຽນ ​ແລະ ບາງ​ມະຫາວິທະຍາ​ໄລ​ມາ​ຈາກ​ສ.​ເກົາຫຼີ ​ໄດ້ດຳ​ເນີ​ນ​ໃນ​ວັນ​ທີ 23/12, ຢູ່​ແຂວງ​ທ໋າຍງວຽນ. ທີ່ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ແຂວງ​ທ໋າຍງວຽນ ​ແລະ ບັນດາ​ນັກ​ລົງທຶນ​ທີ່​ມາ​ຈາກ​ສ.​ເກົາຫຼີ ​ໃນ​​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ໂຄງການ​ລົງທຶນ​ຂອງ​ກຸ່ມ​ບໍລິສັດ ຊາມ​ຊູ​ງ ສ.​ເກົາຫຼີ ຢູ່​ແຂວງ​ທ໋າຍງວຽນ ຈະ​ແມ່ນ​ປັດ​ໃຈ​ຕົ້ນ​ຕໍ່​ເພື່ອໃຫ້​ບັນດາ​ວິ​ສາ​ຫະກິດສ.​ເກົາຫຼີ ສືບ​ຕໍ່​ເຊື່ອ​ໝັ້ນ ​ແລະ ລົງທຶນ​ເຂົ້າ​​ແຂວງທ໋າຍ​ງວຽນ ບໍ່​ພຽງ​ແຕ່​​ໃນ​ຂົງ​ເຂດ​ອຸດສາຫະກ​ຳ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ຫຼາຍ​ຂົງ​ເຂດ​ປາຍ​ແຫຼມ​ອື່ນໆ​ອີກ​ດ້ວຍ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຮັບ​ການຈັດ​ຕັ້ງເພື່ອ​ແນ​ໃສ່​ສ້າງ​ເວທີ​ປາ​ໄສ​ແລກປ່ຽນຮໍ່າຮຽນ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ນັກຮຽນ​ຮູ້​ທີ່​ມີ​ຊື່​ສຽງ​ຢູ່​ພາຍ​ໃນ ​ແລະ ສາກົນ ກ່ຽວ​ກັບ​ບັນຫາ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ສ.​ເກົາຫຼີ - ອ​າຊຽນ. ຜ່ານ​ນັ້ນ, ບັນດາ​ຜູ​້​ແທນ​ຈະ​ຍົກ​ອອກ​ທິດ​ທາງ​ ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສ.​ເກົາຫຼີ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ​ ​ເວົ້າ​ລວ​ມ ​ແລະ ຫວຽດນາມ ກໍ່​ຄື​ແຂວງ​ທ໋າຍງວຽນ ​ເວົ້າ​ສະ​ເພາະ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ນຳ​ການ​ພົວພັນ​ຮ່ວມ​ມືລະຫວ່າງ 2 ປະ​ເທດ​​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ມີ​ປະສິດ​ທິຜົນ, ​​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າ​ຍ.

ຂ່າວ/ບົດ​ອື່ນ