ກອງປະຊຸມສຳມະນາ ສາກົນກ່ຽວກັບທະເລ ຕາເວັນອອກ ຢູ່ມຽນມາ

ກອງປະຊຸມສຳມະນາ ສາກົນກ່ຽວກັບທະເລ ຕາເວັນອອກ ຢູ່ມຽນມາ - ảnh 1
(ພາບປະກອບ)

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ສິ່ງ​ທ້າ​ທາຍ​​ໃນ​ການ​ເດີນ​ທະ​ເລ​ທີ່​ມີ​ຕໍ່​ອາ​ຊຽນ ​ແລະ ​​ແງ່​ຫວັງ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ” ຖືກດຳ​ເນີນ​ໃນ​ວັນ​ທີ 24/04 ຢູ່ຢາງກຸງ, ປະ​ເທດ ມຽນມາ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມຽນມາ U Thant Kyaw ຢືນ​ຢັນວ່າ ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ເພື່ອ​ແນ​ໃສ່​ສະໜອງ​ຂໍ້​ມູນ​ຂ່າວສານຢ່າງ​ຄົບ​ຖ້ວນ, ຊັດ​ເຈນ ​ແລະ ພາວະ​ວິ​ໄສ​ກ່ຽວ​ກັບ​ສະພາບການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ສິ່ງ​ທ້າ​ທາຍ​ໃນ​ການ​ເດີນ​ທະ​ເລທີ່​ມີ​ຕໍ່​ອາ​ຊຽນ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ; ບົດບາດ​ຂອງ​ອາ​ຊຽນ ກໍ່​ຄື​ບັນດາ​ປະ​ເທດ​ພາຍ​ໃນ ​ແລະ ນອກ​ກຸ່ມ ​ໃນ​ການ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ​ແລະກໍ່​ທີ່​ວາລະ​ໄຂ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິ​ງ ຢືນຢັນ​ບົດບາດ ​ແລະ ໜ້າ​ທີ່​ຂອງ​ອາ​ຊຽນ ​ໃນ​ເລື່ອງ​ຊຸກຍູ້ການ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ, ພິ​ເສດ​ແມ່ນ​ຄວາມ​ຕັດສິນ​ໃຈ​ສຳ​ເລັດ​ການ​ລົງ​ນາມ​ໃນ​ມະ​ມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ສ້າງ​ພື້ນຖານ​ດ້ານ​ກົດໝາຍ, ປະກອບສ່ວນ​​ແກ້​ໄຂ​ການ​ພິພາດ​ບົນ​ທະ​ເລ​ຕາ​ເວັນ​ອອດ​ໂດຍ​ສັນຕິ​ວິທີ.

ຂ່າວ/ບົດ​ອື່ນ