ກອງ​ປະ​ຊຸມ​ສຳ​ມະ​ນາ “ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງວົງ​ຄະ​ນາ​ຍາດ​ໃນ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ”

(VOVWORLD) -ຕອນເຊົ້າວັນທີ 8 ກັນຍາ, ຢູ່ເຂດຕົວເມືອງເກົ່າໂຮ້ຍອານ, ຫ້ອງການ UNESCO ປະຈຳຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງກວາງນາມ ຈັດກອງປະຊຸມສຳມະນາສາກົນ “ເສີມຂະຫຍາຍບົດບາດຂອງວົງຄະນາຍາດໃນການປົກປັກຮັກສາມໍລະດົກໂລກ ຜ່ານພຶດຕິກຳຕົສຈິງຢູ່ເຂດຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈດີມີ້ເຊີນ”
ກອງ​ປະ​ຊຸມ​ສຳ​ມະ​ນາ “ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງວົງ​ຄະ​ນາ​ຍາດ​ໃນ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ” - ảnh 1

ເຂດຕົວເມືອງເກົ່າໂຮ້ຍອານ (ພາບ: vietnamtoday.net)

   ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ສະເຫລີມສະຫຼອງ 20 ປີແຫ່ງ “ຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈດີ ມີ້ເຊີນ ເຊິ່ງ UNESCO ຮັບຮອງວ່າ ແມ່ນມໍລະດົກໂລກ”. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຳມະນາ, ທ່ານເລວັນແທັງ ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນາມ ຢືນຢັນວ່າ:

  “ບັນດາປະສິດທິຜົນໃນເບື້ອງຕົ້ນຂອງບັນດາໂຄງການຮ່ວມມືໄດ້ປະກອບສ່ວນສຳຄັນ, ຍົກສູງສະຕິຄວາມຮັບຮູ້ຂອງວົງຄະນາຍາດໃນການປົກປັກຮັກສາມໍລະດົກ. ແຂວງກວາງນາມ ຮັບຮູ້ວ່າ, ການໜູນຊ່ວຍ, ຊ່ວຍເຫຼືອດ້ານປະສົບການໃນການຄຸ້ມຄອງ, ບຳລຸງສ້າງພະນັກງານ, ເຄື່ອງອຸປະກອນ, ວັດຖຸດິບ, ການເງິນຂອງປະຊາຄົມໂລກໃນໄລຍະຜ່ານມາ ແມ່ນມີຜົນປະໂຫຍດອັນແທດຈິງໃນພາລະກິດອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກ”.

       ທ່ານ Michael Goft ຫົວໜ້າຜູ້ຕາງໜ້າຫ້ອງການ UNESCO ປະຈຳຫວຽດນາມ ສະແດງຄວາມເຫັນດີເຫັນພ້ອມຕໍ່ແຜນນະໂຍບາຍ ແລະ ທັດສະນະກ່ຽວກັບການ ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກຂອງການນຳແຂວງກວາງນາມ ຊື່ງໄດ້ປະກອບສ່ວນເປີດກ້ວາງ ແລະ ແຜ່ຂະຫຍາຍຊື່ສຽງຂອງໂຮ້ຍອານ, ມີ້ເຊີນ, ດອນຈ່າມ ອອກສູ່ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ