ກອງ​ປະ​ຊຸມ​ສຳ​ມະ​ນາ “​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ ເຊັນ​ເຊີ ໃນ​ການ​ຕິດ​ຕາມກວດ​ກາ​ຄຸນ​ນະ​ພາບ​ຂອງ ອາ​ກາດ”

(VOVWORLD) -ຢູ່ຫວຽດນາມ ໄດ້ປະກົດມີ ເຄືອຂ່າວກວດການ ນຳໃຊ້ເຊັນເຊີ ທີ່ມີລາຄາຕ່ຳ, ສະໜອງຂໍ້ມູນກ່ຽວກັບຄຸນນະພາບອາກາດ ຢູ່ບັນດາສະຖານທີ່ ທີ່ບໍ່ເຄີຍມີມາກ່ອນ. 
ກອງ​ປະ​ຊຸມ​ສຳ​ມະ​ນາ “​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ ເຊັນ​ເຊີ ໃນ​ການ​ຕິດ​ຕາມກວດ​ກາ​ຄຸນ​ນະ​ພາບ​ຂອງ ອາ​ກາດ” - ảnh 1ບັນດາຜູ້ແທນ ເຂົ້າຮ່ວມ ກອງປະຊຸມສຳມະນາທາງໄກ (ພາບ: baotainguyenmoitruong.vn )

ໂດຍໄດ້ດຳເນີນໃນວັນທີ 30 ກັນຍາ, ກອງປະຊຸມສຳມະນາທາງໄກ “ໝູນໃຊ້ເຕັກໂນໂລຢີ ເຊັນເຊີ ໃນການຕິດຕາມກວດກາຄຸນນະພາບຂອງ ອາກາດ” ໂດຍສູນຊີວິດ ແລະ ຮ່ຳຮຽນເພື່ອສິ່ງແວດລ້ອມ ແລະ ປະຊາຄົມ (Live&Learn), ຄູ່ຮ່ວມມືອາກາດບໍລິສຸດ ອາຊີ - ປາຊີຟິກ (APCAP), ເຄືອຂ່າຍອາກາດບໍລິສຸດ ຫວຽດນາມ (VCAP) ແລະ ວາລະສານແສງສະຫວ່າງ ຮ່ວມຈັດຂຶ້ນ, ໄດ້ອັບເດດທ່າອ່ຽງປະມວນເຕັກໂນໂລຢີ ເຊັນເຊີ ເຂົ້າໃນການກວດຄຸນນະພາບອາກາດຢູ່ປະເທດ ຫວຽດນາມ ແລະ ປະເທດຕ່າງໆ.

ຢູ່ຫວຽດນາມ ໄດ້ປະກົດມີ ເຄືອຂ່າວກວດການ ນຳໃຊ້ເຊັນເຊີ ທີ່ມີລາຄາຕ່ຳ, ສະໜອງຂໍ້ມູນກ່ຽວກັບຄຸນນະພາບອາກາດ ຢູ່ບັນດາສະຖານທີ່ ທີ່ບໍ່ເຄີຍມີມາກ່ອນ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ມີບາງກຸ່ມຄົ້ນຄ້ວາ ຢູ່ ຫວຽດນາມ ໄດ້ປະດິດສຳເລັດເຄື່ອງມືເຊັນເຊີ ທີ່ສາມາດພົບເຫັນອາຍພິດໃນອາກາດ ທົບຫຼາຍເທົ່າເມື່ອທຽບໃສ່ກັບອຸປະກອນທຳມະດາ.

ຢູ່ກອງປະຊຸມສຳມະນາ, ຜູ້ຕາງໜ້າອົງການປົກປັກຮັກສາສິ່ງແວດລ້ອມ ອາເມລິກາ ໄດ້ແບ່ງປັນປະສົບການໃນການປະມວນ ການກວດຄຸນນະພາບ ອາກາດ (CLKK) ຢູ່ ອາເມລິກາ, ຈາກການປະຕິບັດ ຕະຫຼອດຮອດບັນດານະໂຍບາຍ ແລະ ການແນະນຳການນຳໃຊ້ເຊັນເຊີ, ໃນນັ້ນພົ້ນເດັ່ນ ແມ່ນໂຄງການຕີລາຄາການເຄື່ອນໄຫວຂອງເຊັນເຊີ ແລະ ເອກະສານແນະນຳການນຳໃຊ້ ເຊັນເຊີທີ່ໄດ້ໝູນໃຊ້ຢູ່ຫຼາຍປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ