ກອງປະຊຸມສຳມະນາ“70ປີແຫ່ງການພົວພັນທາງການທູດເພື່ອພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ”

ກອງປະຊຸມສຳມະນາ“70ປີແຫ່ງການພົວພັນທາງການທູດເພື່ອພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ” - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນ​ຕີ, ລັດຖະມົນຕີ​ວ່າການ​
ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ)


​​(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທູດ (28/08/1945 – 28/08/2015), ວັນ​ທີ 12/08, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “70ປີ​ແຫ່ງ​ການ​ພົວພັນ​ທາງ​ການ​ທູດ​ເພື່ອ​ພາລະກິດ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປ​ະຊຸ​ມສຳ​ມະ​ນາ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ຢືນຢັນ​ວ່າ: ນັບ​ແຕ່​ວັນ​ສ້າງ​ຕັ້ງ​ກ່​ອນນີ້ 70 ປີ, ຂະ​ແໜງ​ການ​ທູດ​ຫວຽດນາມ ​ໄດ້​ມີ​ບັນດາ​ການ​ປະກອບ​ສ່ວນສຳ​ຄັນ​​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ເພື່ອ​ເອກະລາດ​​ແຫ່ງຊາດ ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ພາບ ​ໃນ​ເມື່ອ​ກ່ອນ, ກໍ​ຄື​ພາລະກິດ​ປ່ຽນ​ໃໝ່, ​ເຊື່ອມ​ໂຍງ ​ແລະ ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ໃຫ້​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ຂະ​ແໜງ​ການ​ທູດ ກໍ​ປະກອບສ່ວນ​ສຳຄັນ​​ເຂົ້າໃນ​ການ​ປັບປຸງ ​ແລະ ຍົກ​ສູງ​ບົດບາດທີ່​ຕັ້ງ​ຂອງ​ຫວຽດນາມ ບົນ​ເວທີ​ສາກົນ. ບັນດາ​ຜົນງານ​ທີ່ຂະ​ແໜງ​ການ​ທູດ​ບັນລຸ​ໄດ້​ນັ້ນ​​ ​​ໄດ້​ເລີ່​ມຕົ້ນ​ຈາກ​ການ​ຊີ້​ນຳ​ນຳພາ​ໂດຍ​ກົງ​ຂອງ​ພັກ ​ແລະ ຂອງ​ປະທານ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ