ກອງປະຊຸມສຳມະນາAPECກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດອີງໃສ່ປະຊາຄົມ

ກອງປະຊຸມສຳມະນາAPECກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດອີງໃສ່ປະຊາຄົມ - ảnh 1
ກອງປະຊຸມສຳມະນາAPECກ່ຽວກັບການ
ຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດອີງໃສ່ປະຊາຄົມ
(ພາບ: nhandan.com.vn)


(vovworld) – “ກອງປະຊຸມ​ສຳ​ມະ​ນາ APEC ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ຈາກໄພ​ທຳ​ມະ​ຊາດ​ ອີງ​ໃສ່​ປະຊາ​ຄົມ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/09 ຢູ່​ນະຄອນ​ຮ​້າລອງ, ​ແຂວງ​ກວາງ​ນິງ. ນີ້​ແມ່ນ​ໜຶ່ງ​ໃນ 80 ຂໍ້​ລິ​ເລີ່ມ​ໂດ​ຍຫວຽດນາມ ສະ​ເໜີ​ຢູ່ APEC, ປະກອບສ່ວນ​ຍົກ​ສູງ​ລັກສະນະ​ແທດ​ຈິງ​ຂອງ​ການ​ຮ່ວມ​ມື APEC.

        ດ້ວຍ​ຫົວ​ຂໍ້ “ຄຸ້ມ​ຄອງ​ຄວາມ​ສ່ຽງຈາກໄພ​ທຳ​ມະ​ຊາດ​ ອີງ​ໃສ່​ປະຊາ​ຄົມ ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ”, ກອງ​ປະຊຸມ​ໄດ້​ດຶງ​ດູດຄວາມ​ເອົາ​ໃຈ​ໃສ່ ​ແລະ ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ 100 ທ່ານທີ່​ມາ​ຈາກບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC. ກອງ​ປະຊຸມ​ສຳ​ມະ​ນາໄດ້​ແນ​ະນຳ​​ເຕີ່​ມບັນດາ​ມາດ​ຕະການ​ແກ້​ໄຂ ​ແລະ ບົດຮຽນ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ APEC ​ໃນ​ຄວາມ​ມາ​ນະພະ​ຍາ​ຍາມ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດອີງ​ໃສ່​ປະຊາ​ຄົມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ APEC ພວມ​ມຸ້ງ​ໄປ​ເຖິງ​ຄວາມ​ມານະ​ພະຍາຍາມ​ສ້າງ​ປະຊາ​ຄົມ​ໝັ້ນ​ຄົງ ​ແລະ ​ດ້ວຍ​ຕົນ​ເອງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວູຮົ່ງນາມ ​ເນັ້ນ​ໜັກ​ວ່າ.

        “ພວກ​ເຮົາ​ຕ້ອງ​ປ່ຽນ​​ແປງ​ຄວາມ​ຮັບ​ຮູ້​ຂອງ​ປະຊາ​ຄົມ. ​ໃນ​ບັນດາ​ປະ​ເທດ APEC ກັບ​ຄວາມ​ມານະ​ພະຍາຍາມ​ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ, ກ່າວ​ເຕ່ືອນ ​ແລະ ​ແກ​້​ໄຂ​ວິ​ກິດ​ການ​​ໄພທຳ​ມະ​ຊາດ, ບັນດາ​ອົງການ​ລັດຖະບານ ​ແລະ ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ປະຊາ​ຄົມ​ສາກົນ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ. ​ແຕ່​ວ່າ, ຂໍ້​ລິ​ເລີມ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ປະຊາ​ຄົມ ​​ເປັນ​ຄັ້ງ​ທຳ​ອິດ​ຫວຽດນາມ ​ໄດ້​ຍົກ​ອອກ​ມາ ​ແລະ ກໍ​ເປັນ​ຄັ້ງ​ທຳ​ອິດ ຫວຽດນາມ ຈັດ​ກອງ​ປະຊຸ​ມສຳ​ມະ​ນາ​ນີ້ ​ເພື່ອ​ແນ​ໃສ່​ເຕົ້າ​ໂຮມ​ກຳລັງ​ແຮງ​ຂອງ​ປະຊາ​ຄົມ, ນີ້​ແມ່ນ​ປັດ​ໃຈ​ຖືກ​ຜົນ​ສະ​ທ້ອນ​ຈາກ​ຄວາມ​ສ່ຽງ​ໄພ​ທຳ​ມະ​ສາດ​ທີ່​ສຸດ ​​ເມື່ອ​ເກີດ​ໄພ​ທຳ​ມະ​ຊາດ”.

ຂ່າວ/ບົດ​ອື່ນ