ກອງປະຊຸມສຳມະນາ“ກົດໝາຍສາກົນແລະອາຊີຂະຫຍັນຂັນເຄື່ອນ”

ກອງປະຊຸມສຳມະນາ“ກົດໝາຍສາກົນແລະອາຊີຂະຫຍັນຂັນເຄື່ອນ” - ảnh 1
ກອງປະຊຸມສຳມະນາ“ກົດໝາຍສາກົນແລະອາຊີຂະຫຍັນຂັນເຄື່ອນ”

(vovworld) – ກອງ​ປະຊຸ​ມສຳ​ມະ​ນາ​ພາກ​ພື້ນ​ຂອງ​ສະມາຄົມ​ກົດ​ໝາຍ​ສາກົນ ອາຊີ ​ໂດຍ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ ​ແລະ ກົມ​ກົດໝາຍ ​ແລະ ສົນທິສັນຍາ​ສາກົນ, ກະຊວງ​ການ​ຕ່າງ​ປະ​ເທດ​ສົມທົບ​ກັນ​ຈັດ​ຕັ້ງ​ໃນ​ວັນ​ທີ 14/06 ຢູ່​ຮ່າ​ໂນ້ຍ ດ້ວຍ​ຫົວ​ຂໍ້​ວ່າ “ກົດໝາຍ​ສາກົນ ​ແລະ ​ອາຊີ ຂະຫຍັນ​ຂັນ​ເຄື່ອນ”. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ດຶງ​ດູດ​ຜູ້​ແທນ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​​ເຂົ້າ​ຮ່ວມກ່ວາ 100 ທ່ານ, ​ເຊິ່ງລວມມີ​ບັນດາ​ເຈົ້າ​ໜ້າ​ທີ່, ​ທະນາຍຄວາມ ​ແລະ ນັກຮຽນ​ຮູ້. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານຮອງ​ສາດ​ສະ​ດາ​ຈານ, ປອ ຫງວຽນ​ຫວູຕູ​ງ ຮັກສາ​ການຜູ້ອຳນວຍການ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ຜູ້​ແທນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຫລາຍ​ຢ່າງ​ເຂົ້າ​​ໃນການ​ປຶກ​ສາ​ຫາລື ​ແບບ​ສ້າງສັນ​ກ່ຽວ​ກັບ​ບັນ​ດາ​ຫົວ​ຂໍ້, ສິ່ງ​ທ້າ​ທາຍປະຈຸ​ບັນ​ໃນ​ພາກ​ພື້ນຄື: ຊຸກຍູ້​ການ​ຮ່ວມ​ມືດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ຄຸ້ມຄອງ ​ແລະ ​ແກ້​ໄຂ​ການ​ຂັດ​ແຍ້​ງອະທິປະ​ໄຕ, ທະ​ເລ, ປະຕິບັດ​ກົດໝາຍ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ແລະ ຕ້ານມົນ​ລະ​ພິດ​ສິ່ງ​​ແວດ​ລ້ອມ​ຂ້າມ​ຊາດ ກໍ່​ຄື​ຍົກ​ສູງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຢູ່ ອາຊີ.

ຂ່າວ/ບົດ​ອື່ນ