ກອງປະຊຸມສຳມະນາການກວດສອບບັນຊີ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ

ກອງປະຊຸມສຳມະນາການກວດສອບບັນຊີ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ - ảnh 1
ກອງປະຊຸມສຳມະນາການກວດສອບບັນຊີ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ
(ພາບ: Nguyen Huong)

(vovworld) - ວັນ​ທີ 7/6, ຢູ່​ແຂວງ ນິນ​ບິນ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ 3 ຝ່າຍ​ເຊິ່ງລວມມີ ອົງການ​ກວດ​ສອບ​ແຫ່ງ​ລັດ​ຫວຽດນາມ, ອົງການກວດ​ສອບ​​ແຫ່ງ​ຊາດ​ລາຊະ​ອານາຈັກ ກຳປູ​ເຈຍ ​ແລະ ອົງການກວດສອບ​​​ແຫ່ງ​ລັດ ລາວ ຄັ້ງ​ທີ 4 ດ້ວຍ​ຫົວ​ຂໍ້​ວ່າ: “ຍົກ​ສູງ​ຄຸນ​ນະພາ​ບບົດ​ລາຍ​ງານ​ການກວດ​ສອບ​ບັນຊີ​ຂອງ ອົງການ​ກວດ​ສອບ​​ແຫ່ງ​ລັດ”. ທີ່ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ຊ່ຽວຊານ ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື ກ່ຽວ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ ​ແລະ ບັນດາ​ບົດຮຽນ ຂອງ​ແຕ່ລະ​ປະ​ເທດ​ໃນ​ການຈັດ​ຕັ້ງ​ສ້າງ, ກວດກາ, ​ເປີດ​ເຜີຍ ບົດ​ລາຍ​ງານ​ກວດ​ສອບ​ບັນຊີ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ການ​ເຄື່ອນ​ໄຫວ​ກວດ​ຊອບ​ບັນຊີ. ກອງ​ປະຊຸມ​ສຳມ​ະນາ ​ໄດ້​ສຸມ​ໃສ່​ຊອກ​ຫາ​ບັນດາ​ມາດ​ຕະການ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການກວດ​ສອບ​ບັນຊີ ​ແລະ ​ລາຍ​ງານ​ການກວດ​ສອບ​ບັນຊີ, ບັນດາ​ມາດ​ຕະການ​ປ່ຽນ​ໃໝ່​ວຽກ​ງານ​ພະນັກງານ, ບຳລຸງ​ສ້າງພະນັກງານ, ຮູບ​ແບບ, ວິວັດ​ການ​ກວດກາ​ຄຸ​ນນະພາ​ບການກວດ​ສອບ​ບັນຊີ​, ລາຍ​ງານ​ການກວດ​ສອບ​ບັນຊີ, ສ້າງ ​ແລະ ປະກາດ​ໃຊ້​ບັນດາ​ເອກະສານ, ​ແບບ​ຟອມລາຍ​ງານ​ກວດ​ສອບ​ບັນຊີ, ຈັດ​ຕັ້ງ​ການກວດກາ​ຢັ້ງຢືນ, ​​ເປີດ​ເຜີຍ​​ບົດ​ລາຍ​ງານ​ກວດ​ສອບ​ບັນຊີ,​ ບັນດາ​ມາດ​ຕະການ​ເພື່ອ​ແກ້​ໄຂ​ການ​ຊັກ​ຊ້າ​ຂອງ​ຂໍ້​ມູນ​ຂ່າວ​ສານ​ໃນ​ການກວດ​ສອບ​ບັນຊີ…​

ຂ່າວ/ບົດ​ອື່ນ