ກອງປະຊຸມສຳມະນາການກໍ່ສ້າງ ແລະ ພັດທະນາແຂວງ ແທງຮ໊ວາ

(VOVWORLD) -  ຕອນເຊົ້າວັນທີ 04 ກໍລະກົດ, ທີ່ແຂວງ ແທງຮ໊ວາ, ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງ ໄດ້ເປັນປະທານກອງປະຊຸມສຳມະນາການກໍ່ສ້າງ ແລະ ພັດທະນາແຂວງ ແທງຮ໊ວາ ຮອດປີ 2030, ວິໄສທັດຮອດປີ 2045.
ກອງປະຊຸມສຳມະນາການກໍ່ສ້າງ ແລະ ພັດທະນາແຂວງ ແທງຮ໊ວາ - ảnh 1 ກອງປະຊຸມສຳມະນາການກໍ່ສ້າງ ແລະ ພັດທະນາແຂວງ ແທງຮ໊ວາ

        ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກວາງແຜນກຳນົດນະໂຍບາຍ, ການນຳທ້ອງຖິ່ນ ແລະ ວິສາຫະກິດໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາທັດສະນະ, ກົນໄກ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາແບບຍືນຍົງຂອງແຂວງ ແທງຮ໊ວາ ຮອດປີ 2030, ວິໄສທັດຮອດປີ 2045. ບັນດາຄຳເຫັນໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ບັນດາຂໍ້ຈຳກັດຂອງແຂວງ ແທງຮ໊ວາ, ຈາກນັ້ນ ວາງອອກມາດຕະການກ່ຽວກັບກຳລັງໜູນໃນການພັດທະນາເສດຖະກິດທະເລ, ເສດຖະກິດເຂດທົ່ງພຽງ ແລະ ເຂດພູດອຍຂອງແຂວງ ແທງຮ໊ວາ ໃນຊຸມປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ