ກອງປະຊຸມສຳມະນາ“ການການຮ່ວມມືດຳເນີນທຸລະກິດກັບຫວຽດນາມ”ຢູ່ອິນເດຍ

ກອງປະຊຸມສຳມະນາ“ການການຮ່ວມມືດຳເນີນທຸລະກິດກັບຫວຽດນາມ”ຢູ່ອິນເດຍ - ảnh 1

(vovworld) – ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ “ການຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ ກັບ ຫວຽດນາມ” ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 25/1 ຢູ່ ອິນ​ເດຍ, ທ່ານ Arun Kumar Safar, ອະ​ດີດປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ (MCCI) ອິນ​ເດຍ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ຫວຽດນາມ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ທີ່ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ໃນ​ພາກ​ພື້ນ​ພາຍຫຼັງ​ເກືອບ 30 ປີ​​ແຫ່ງ​ການ​ປະຕິບັດ​ພາລະກິດ​ປ່ຽນ​ໃໝ່, ຈາກ​ປະ​ເທດ​ທີ່ຂາດ​ເຂີນສະບຽບອາ​ຫານ​ຢ່າງ​ໜັກໜ່ວງ​ກາຍ​ເປັນ​ປະ​ເທດທີ່​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​​ແຖວ​ໜ້າຂອງ​ໂລກ​ຄື: ​ເຂົ້າສານ, ກາ​ເຟ, ໝາກພິ​ກ​ໄທ. ການ​ພົວພັນການ​ຄ້າ 2 ຝ່າຍລະຫວ່າງ​ອິນ​ເດຍ ​ແລະ ຫວຽດນາມ ​ໄດ້​ຮັບ​ການພັດທະນາ​ຢ່າງຕໍ່​ເນື່ອງໃນ 2, 3 ປີຜ່ານມາ ​ແລະ 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ມຸ່ງ​ໄປ​​ເຖິງ​ຈຸດໝາຍ​ຮອດ​ປີ 2020 ວົງ​ເງິນ​ການ​ຄ້າ 2 ຝ່າຍ​ບັນລຸ 15 ຕື້ USD. ທ່ານ Safar ສະ​ເໜີ​ໃຫ້ 2 ປະ​ເທດ​ປຶກສາ​ຫາລື​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ໃຫ້​ບຸລິມະສິດ​ເພື່ອ​ຫລຸດຜ່ອນ​ຮົ້ວ​ກີດຂວາງ​ດ້ານ​ພາສີ ​ແລະ ປອດ​ພາສີ​ໃຫ້​ແກ່​ການ​​ເຄື່ອນ​ໄຫວ​ສົ່ງ​ອອກ​ສິນຄ້າ ​ແລະ ການບໍລິການ​ລະ​ຫວ່າງ 2 ຝ່າຍ​.

        ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ທ່ານ​ເອກອັກຄະ​ລັດຖະທູດ ຫວຽດນາມ ປະ​ຈຳ ອິນ​ເດຍ ​ໂຕນ​ຊິງ​ແທ່ງ ຢັ້ງຢືນ​ວ່າ: ຫວຽດນາມ ​ແລະ ອິນ​ເດຍ ​ແມ່ນ 2 ປະ​ເທດ​ທີ່​ມີພື້ນຖານ​ເສດຖະກິດ​ຂະຫຍັນ​ຂັນ​ເຄື່ອນ​ພວມ​ພັດທະນາ​ໄວ​ຢູ່ ອາຊີ, ພວມ​ຕັ້ງໜ້າ​ຊອກ​ຫາ​ກາລະ​ໂອກາດ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ການ​ຄ້າ ​ແລະ ການ​ລົງທຶນ, ພ້ອມ​ທັງ​ຢັ້ງຢືນ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ເພື່ອ​ໃຫ້ 2 ຝ່າຍ​ພ້ອມ​ກັນ​ຂຸດ​ຄົ້ນ.


ຂ່າວ/ບົດ​ອື່ນ