ກອງປະຊຸມສຳມະນາການປ້ອງກັນຊາດ ອີນເດຍ-ຫວຽດນາມ ກ່ຽວກັບຄວາມສະຫງົບພາກພື້ນ

ກອງປະຊຸມສຳມະນາການປ້ອງກັນຊາດ ອີນເດຍ-ຫວຽດນາມ ກ່ຽວກັບຄວາມສະຫງົບພາກພື້ນ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາການ​ປ້ອງ​ກັນຊາ​ດ ອີນ​ເດຍ-ຫວຽດນາມ ກ່ຽວ​ກັບຄວາມ​ສະຫງົບ​ພາກ​ພື້ນ   (ພາບ: tintuc.wada.vn)

Vovworld- ​​ໃນ​ວັນ​ທີ 15 ​ແລະ 16/5, ຢູ່​ນະຄອນຫຼວງ​ນິ​ວເດ​ລີ​ແຫ່ງປະ​ເທດ​ອີນ​ເດຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາປະຈຳ​ປີ ລະຫວ່າງ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດຫວຽດນາມ​ກັບ​ສະ​ຖາ​ບັນທະຫານ​ປະ​ສົມ​ອີນ​ເດຍ (USI) ​ແລະ ສະ​ຖາ​ບັນ​ຄົ້ນ​ຄ້ວາ, ​ໄຈ້​ແຍກ​ດ້ານ​ປ້ອງ​ກັນຊາ​ດອີນ​ເດຍ (IDSA). ທ່ານ​ພົນ​ຕີ ຫງວຽນ​ດິງຈ້ຽນ ຫົວໜ້າສະ​ຖາ​ບັນ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າ​ຮ່ວມກອງ​ປະຊຸມ​ສຳ​ມະ​ນາ. ກອງ​ປະຊຸມ​ສຳ​ມະ​ນາ ​ແມ່ນ​ເພື່ອ 2 ຝ່າຍ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ​ຊຶ່ງ 2 ຝ່າຍ​ມີ​ຄວາ​ມສົນ​ໃຈ, ພິ​ເສດ​ແມ່ນ​ບັນດາ​ຂໍ້​ມູນ​ຂ່າວສານ​ໄຈ້​ແຍກ, ຄາດ​ຄະ​ເນ​ກ່ຽວ​ກັບ​ໄພ​ອັນ​ຕະລາຍ​ທີ່​ມີ​ຕໍ່ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ແຕ່ລະ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ພົນ​ຕີ ຫງວຽນ​ດິງຈ້ຽນ ຫົວໜ້າສະ​ຖາ​ບັນ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດຫວຽດນາມ ​ໄດ້​ຖື​ວ່າ ການ​ພົວພັນ​ລະຫວ່າງ​ຫວຽດນາມ-ອີນ​ເດຍ​ໃນ​ຂົງ​ເຂດປ້ອງ​ກັນຊາ​ດພວມ​ກ້າວ​​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ, ສອດຄ່ອງ​ກັບ​ກາ​ນພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຊຶ່ງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ​ໄດ້​ຕົກລົງ​ກັນ. ​ໂດຍ​ຜ່ານ​ການ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ສົນທະນາ​ຍຸດ​ທະ​ສາດ​ດ້ານປ້ອງ​ກັນຊາ​ດ, ກອງທັບ 2 ປະ​ເທດ ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງ​ກັນ ​ແລະ ກັນ, ສ້າງກຳລັງ​ຊຸກຍູ້​ໃໝ່​ເພື່ອ​ກໍ່ສ້າງ, ພັດທະ​ນາສາ​ຍພົວພັນ​ຄູ່​ຮ່ວມ​ມື, ມິດຕະພາບ​ໃນ​ທຸກໆ​ຂົງ​ເຂດ. 

ຂ່າວ/ບົດ​ອື່ນ