ກອງປະຊຸມສຳມະນາການພົວພັນອີຢູ-ອາຊຽນມຸ່ງໄປເຖິງການຮ່ວມມືຍຸດທະສາດ

ກອງປະຊຸມສຳມະນາການພົວພັນອີຢູ-ອາຊຽນມຸ່ງໄປເຖິງການຮ່ວມມືຍຸດທະສາດ - ảnh 1
ກອງປະຊຸມສຳມະນາຈັດຂຶ້ນຢູ່ ອິນໂດເນເຊຍ
(ພາບ: Đỗ Quyên-Trần Chiến/Vietnam+)

(vovworld) –  ກອງ​ປະຊຸມ​ສຳ​ມະ​ນາ​ການ​ພົວພັນ​ອີ​ຢູ ​ແລະ ອາ​ຊຽນ ມຸ່ງ​ໄປ​ເຖິງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຖືກ​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 26/4, ຢູ່ ອິນ​​ໂດ​ເນ​ເຊຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເອກ​ອັກຄະ​ລັດຖະທູດບາງ​ທ່ານ, ບັນດາ​ນັກ​ຊ່ຽວຊານ ​ແລະ ນັກຮຽນ​ຮູ້. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ສຸມ​ໃສ່ ​ແລະ ຕີ​ລາຄາ​ກ່ຽວ​ກັບ​ວິວັດທະນາ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສະຫະພາບ ​ເອີ​ລົບ (ອີ​ຢູ) ​ແລະ ອາ​ຊຽນ, ພິ​ເສດ​ແມ່ນ​ບັນດາ​ສິ່ງ​ທ້າ​ທາຍ​ທີ່ 2 ຝ່າຍ​ຕ້ອງ​ປະ​ເຊີນ​ໜ້າ​ໃນ​​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຂົ​ງ​ເຂດ​ຮ່ວມ​ມື​ທ່ີ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ລະຫວ່າງ ອາ​ຊຽນ - ອີ​ຢູ. ທ່ານ Francisco Fontan Pardo, ​ເອກ​ອັກຄະ​ລັດຖະທູດ ອີ​ຢູ ປະຈຳ ອາ​ຊຽນ ຍອມຮັບ​ວ່າ: ​ໄລຍະ​ຜ່າ​ນມາ, ອີ​ຢູ ​ແລະ ອາ​ຊຽນ ​ໄດ້​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ… ອີ​ຢູ ກໍ່​ມີ​ບາງ​ລາຍການ​ເພື່ອ​ແນ​ໃສ່​ຊ່ວຍ​ບັນດາ​ປະ​ເທດ ອາ​ຊຽນ ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຈາກ​ອາ​​ດຊະ​ຍາ​ກຳ​ບໍ່ ​ເຄີຍມີ​ມາ​ກ່ອນ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຮັບ​ມື​ກັບ​ໄພພິບັດ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ. ອີ​ຢູ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ຂອງ ອາ​ຊຽນ, ດ້ວຍ​ວົງ​ເງິນ​ແລກປ່ຽນ​ສິນຄ້າ ​ແລະ ບໍລິການ​ລະຫວ່າງ 2 ຝ່າຍ​ບັນລຸ​ປະມານ 240 ຕື້​USD.


ຂ່າວ/ບົດ​ອື່ນ