ກອງປະຊຸມສຳມະນາການຮ່ວມມືເສດຖະກິດການຄ້າການລົງທຶນການທ່ອງທ່ຽວຫວຽດນາມ-ຈີນ2015

ກອງປະຊຸມສຳມະນາການຮ່ວມມືເສດຖະກິດການຄ້າການລົງທຶນການທ່ອງທ່ຽວຫວຽດນາມ-ຈີນ2015 - ảnh 1
ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ປະຈຳ ຈີນ 
ຫງວຽນ​ວັນ​ເທີ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ

(vovworld) – ຕອນ​ບ່າຍ​ວັນ​ທີ 20/8, ຢູ່​ປັກ​ກິ່ງ, ສະຖານທູດ ຫວຽດນາມ ປະຈຳ ຈີນ ສົມທົບ​ກັບ​ສູນ ຈີນ - ອາ​ຊຽນ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ - ການ​ລົງທຶນ - ການທ່ອງທ່ຽວ ຫວຽດນາມ - ຈີນ 2015. ກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ຊີ້​ແຈ້ງ​ບັນດາ​ຄວາມ​ສະດວກ, ຫຍຸ້ງ​ຍາກ​ໃນ​ການ​ຮ່ວມ​ມື​ເສດຖະກິດການ​ຄ້າລະຫວ່າງ 2 ຝ່າຍ, ຜ່ານ​ນັ້ນ ຍົກ​ອອກ​ບັນດາຄວາມ​ເຫັນ​ເຈາະ​ຈີ້ມ​ເພື່ອ​​ໃຫ້ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ ຫວຽດນາມ - ຈີນ ພັດທະນາ​ສະຖຽນ​ລະ​ພາບ ​ແລະ ​ແທດ​ຈິງ​ກ່ວາ​ໃນ​ໄລຍະ​ຈະ​ມາ​ເຖິງ, ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ລະດັບ 100 ຕື້ USD​ໂດຍ​ໄວ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ປະຈຳ ຈີນ ຫງວຽນ​ວັນ​ເທີ ປາດ​ຖະໜາ​ວ່າ: ​ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ ຈະຊອກ​ເຫັນ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ປະຕິບັດ​ບັນດາ​​ເປົ້າ​ໝາຍ​​ຮ່ວມ​ມື​​ ​ເຊິ່ງ​​ການ​ນຳ 2 ປະ​ເທດ​ໄດ້​ເຫັນ​ດີ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ມີ​ຄຸນ​ນະພາ​ບສູງ, ບັນດາ​ຂໍ້​ລິ​ເລີ່​ມ​ເຊື່ອມ​ຕໍ່ພາກ​ພື້ນ​ຂອງ​ແຕ່ລະ​ປະ​ເທດ​ເປັນ​ຢ່າງ​ດີ. ສ່ວນ​ທ່ານ ສາດສະດາຈານ ກູ​ແຢງຢ໋າງ ສະ​ຖາ​ບັນ​ວິ​ທະ​ຍາ​ສາດ - ​ສັງຄົມ ຈີນ ຖື​ວ່າ: ​ເລື່ອງ​ວັນ​ທີ 11/8 ຜ່ານ​ມາ, ທະນາຄານ​ສູນ​ກາງ​ ຈີນ ດັບ​ປັບ​ອັດຕາ​ແລກປ່ຽນ​ເງິນ​ຢວນຫລຸດ​ລາຄາ​ເມື່ອ​ທຽບ​ໃສ່​​ເງິນ USD, ບໍ່ສົ່ງ​ຜົນ​ສະທ້ອນ​ຫລາຍ​ເຖິງ​ດຸນ​ການ​ຄ້າ 2 ປະ​ເທດ ​ເພາະວ່າ ຫວຽດນາມ ​ກໍ່​ໄດ້ດັບ​ປັບ​ອັດ​ຕາ​ແລກປ່ຽນ​ໃນ​ທັນທີ: ທ່ານ ສາດສະດາຈານ ກູ​ແຢ໋ງຢ໋າງ ໃຫ້​ຮູ້​ວ່າ:

                “ອາດ​ເວົ້າ​ໄດ້​ວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ດັບ​ປັບ​ອັດຕາ​ແລກປ່ຽນ​ໄວ​ທີ່​ສຸດ, ຍ້ອນ​ແນວ​ນັ້ນ ຜົນ​ສະທ້ອນ​ຂອງອັດ​ຕາ​ແລກປ່ຽນ​ສຳ​ລັບ​ການຂາ​ເຂົ້າ - ຂາ​ອອກ​ລະຫວ່າງ 2 ປະ​ເທດ ບໍ່​ຫລາຍປານ​ໃດ. ຂ້າພະ​ເຈົ້າ​ຖື​ວ່າ: ພວກ​ເຮົາ​ຕ້ອງ​ຊອກ​ຫາ​ບັນດາ​ມາດ​ຕະການ​ອື່ນໆ ​ຮັບປະກັນ​ສົມ​ດຸນ​ການ​ຄ້າ ຫາກບໍ່​ອີງ​ໃສ່​ອັດຕາ​ແລກປ່ຽນ​ຂອງ​ເງິນຕາ”


ຂ່າວ/ບົດ​ອື່ນ