ກອງປະຊຸມສຳມະນາກ່ຽວ ກັບຮ່າງກົດໝາຍປ້ອງກັນ, ຫຼີກລ້ຽງ ແລະ ຫຼຸດຜ່ອນ ໄພທຳມະຊາດ

ກອງປະຊຸມສຳມະນາກ່ຽວ ກັບຮ່າງກົດໝາຍປ້ອງກັນ, ຫຼີກລ້ຽງ ແລະ ຫຼຸດຜ່ອນ ໄພທຳມະຊາດ - ảnh 1
( ພາບປະກອບ )

(vovworld) -     ຕອນ​ເຊົ້າ​ວັນ​ທີ 7/8, ຢູ່​ຮ່າ​ໂນ້ຍ, ກຳມາທິການ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ສິງ​ແວດ​ລ້ອມ​ຂອງ​ສະພາ​ແຫ່ງ​ຊາ​ດຫວຽດນາມ ​ແລະ ​ອົງການ​ສະຫະ​ປະຊາ​ຊາດ​​ເພື່ອ​ການ​ພັດທະນາປະຈຳ​ຫວຽດນາມ ​ໄດ້​ສົມ​ທັບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປ້ອງ​ກັນ, ຫຼີກ​ລ້ຽງ ​ແລະ ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຢືນຢັນ​ວ່າ: ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​, ຕ້ານ​ໄພ​ທຳ​ມະ​ຊາດ ​ແມ່ນ​ເຄື່ອງມື​ດ້ານ​ນິຕິ​ທຳ​ທີ່​ສຳຄັນ​ໃນ​ວຽກ​ງານປ້ອງ​ກັນ​ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ. ທ່ານ​ນາງ Tessa Kelly, ຜູ້​ປະສານ​ງານ​ໂຄງການ​ກົດໝາຍ​ວ່າ​ດ້ວຍ​ໄພພິບັດ​ອາຊີ - ປາຊີ​ຟ​ິກ ​ໄດ້​ເນັ້ນ​ໜັກ​ວ່າ.

        “ກົດໝາຍ​ດັ່ງກ່າວ​ມີ​ບັນດາ​ຂໍ້​ກຳນົດທີ່​ກ້າວໜ້າ ຊ່ວຍ​​ໃຫ້ຫວຽດນາມ​ ມີ​ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ປ້ອງ​ກັນ​ ​ແລະ​ຫຼີກ​ລ້ຽງ​ຄວາມ​ສ່ຽງ​ໄພທຳ​ມະ​ຊາດ. ​ແຕ່​ຕ້ອງ​ມີ​ການ​ເພີ່ມ​​ເຕີ່ມຕື່ມ​ອີກ​ຄື ມີ​ໂຄງການ​ສະ​ເພາະ​ກຳນົດ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາກົນ ກໍ​ຄື​ຮັບ​ການ​ໜູນ​ຊ່ວຍ​ຈາກ​ສາກົນ​​ເພື່ອຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ. ພວກ​ເຮົາ​ກໍ​ຕ້ອງ​ກຳນົດ​ຢ່າງ​ລະອຽດ​ກວ່າ​ຄື ສຳ​ພັດ​ກັບ​ບ້ວງ​ເງິນ​ຊ່ວຍ​ເຫຼືອຄື​ແນວ​ໃດ, ກຳນົດ​ວຽການ​ປະສານ​ງານ, ​ເຊື່ອມ​ຕໍ່ ​ແລະ ​ແຈກ​ຢາຍ​ແຫຼ່ງທຶນ​ຊ່ວຍ​ເຫຼືອນັ້ນ”.

ຂ່າວ/ບົດ​ອື່ນ