ກອງປະຊຸມສຳມະນາກ່ຽວກັບ “ລະບອບ, ນະໂຍບາຍ ແລະ ແຫຼ່ງກຳລັງສຳລັບການພັດທະນາວັດທະນະທຳ”

(VOVWORLD) - ກອງປະຊຸມສຳມະນາໄດ້ຈັດຂຶ້ນເພື່ອແນໃສ່ຊອກຫາມາດຕະການຫັນບັນດາແນວທາງ, ທັດສະນະ, ແຜນນະໂຍບາຍຂອງພັກ ກ່ຽວກັບການພັດທະນາວັດທະນະທຳເປັນລະບຽບການ, ສ້າງບັນດານະໂຍບາຍລະອຽດ, ມີຄວາມເປັນໄປໄດ້...
 
ກອງປະຊຸມສຳມະນາກ່ຽວກັບ “ລະບອບ, ນະໂຍບາຍ ແລະ ແຫຼ່ງກຳລັງສຳລັບການພັດທະນາວັດທະນະທຳ” - ảnh 1ທ່ານ ເຈິ່ນແທັງເໝີ້ນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໄດ້ເປັນປະທານກອງປະຊຸມ
(ພາບ: quochoi.vn)

ຕອນບ່າຍວັນທີ 7 ພະຈິກ, ທີ່ຫໍປະຊຸມສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີ້ນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໄດ້ເປັນປະທານກອງປະຊຸມຂອງຄະນະຊີ້ນຳ, ຄະນະຈັດຕັ້ງກອງປະຊຸມສຳມະນາດ້ານວັດທະນະທຳປີ 2022 ດ້ວຍຫົວຂໍ້ວ່າ “ລະບອບ, ນະໂຍບາຍ ແລະ ແຫຼ່ງກຳລັງສຳລັບການພັດທະນາວັດທະນະທຳ”. ກອງປະຊຸມສຳມະນາໄດ້ຈັດຂຶ້ນເພື່ອແນໃສ່ຊອກຫາມາດຕະການຫັນບັນດາແນວທາງ, ທັດສະນະ, ແຜນນະໂຍບາຍຂອງພັກ ກ່ຽວກັບການພັດທະນາວັດທະນະທຳເປັນລະບຽບການ, ສ້າງບັນດານະໂຍບາຍລະອຽດ, ມີຄວາມເປັນໄປໄດ້, ເໝາະສົມກັບລັກສະນະສະເພາະຂອງການເຄື່ອນໄຫວວັດທະນະທຳ, ສິລະປະໃນສະພາບການໃໝ່; ເສີມຂະຫຍາຍບັນດາແຫຼ່ງກຳລັງຈາກລັດ, ສັງຄົມ, ທັງຢູ່ພາຍໃນ ແລະ ຕ່າງປະເທດເພື່ອພັດທະນາວັດທະນະທຳຢ່າງສູງສຸດ.

        ນະທີ່ນີ້, ທ່ານ ຫງວຽນຈ້ອງເຫງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັກວ່າ: ກອງປະຊຸມສຳມະນາມີຄວາມໝາຍສຳຄັນໃນການຊາບຊຶມປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ; ຊາບຊຶມ, ປະຕິບັດຈິດໃຈຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ກອງປະຊຸມວັດທະນະທຳທົ່ວປະເທດປີ 2021; ມຸ່ງໄປເຖິງການສະເຫຼີມສະຫຼອງວັນພັກກອມມູນິດ ຫວຽດນາມ ປະກາດໃຊ້ແຜນຮ່າງກ່ຽວກັບວັດທະນະທຳ ຫວຽດນາມ ປີ 1943 ໃນປີ 2023 ແມ່ນຄົບຮອບ 80 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ