ກອງປະຊຸມສຳມະນາກ່ຽວກັບFTAລະຫວ່າງຫວຽດນາມແລະEAEU

ກອງປະຊຸມສຳມະນາກ່ຽວກັບFTAລະຫວ່າງຫວຽດນາມແລະEAEU - ảnh 1
ກອງປະຊຸມສຳມະນາກ່ຽວກັບ FTA ລະຫວ່າງຫວຽດນາມ ແລະ EAEU
(ພາບ: vietnamplus.vn)


​(vovworld) - ຢູ່​ສະ​ຖາ​ບັນ​ຕາ​ເວັນ​ອອກ​ໄກ ສັງ​​​ກັດ​ສະພາ​​ມະຫາບັນ​ດິດວິທະຍາສາດ​ລັດ​ເຊຍ (RAN), ຫາ​ກໍ່​ຈັດກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ລະຫວ່າງ​ສະຫະພັນ​ເສດຖະກິດ​ອາຊີ - ​ເອີ​ລົບ (EAEU) ​ແລະ ຫວຽດນາມ”. ນີ້​ແມ່ນກອງ​ປະຊຸ​ມ​ສຳ​ມະ​ນາຄັ້ງທຳ​ອິດຖືກ​ດຳ​ເນິນ​ໄປ​ຢູ່​ລັດ​ເຊຍ, ພາຍຫຼັງສັນຍາ​ການ​ຄ້າ​ເສລີ (FTA) ​ລະຫວ່າງ EAEU ກັບ​ຫວຽດນາມ ​ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 29/05 ຜ່ານ​ມາ. ກອງ​ປະຊຸມ​ໄດ​​້ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ບັນດາ​ນັກ​ຊ່ຽວຊານ​ກະຊວງ​ພັດທະນາ​ເສດຖະກິດ​ລັດ​ເຊຍ, ຄະນະ​ກຳມາທິການ​ເສດຖະກິດ​ອາຊີ​-​ເອີ​ລົບ, ອົງການ​ຕ່າງ​ໜ້າດ້ານການ​ຄ້າ​ຂອງຫວຽດນາມ ​ປະຈຳ​ສະຫະ​ພັນ​ລັດ​ເຊຍ…. ດ້ວຍ 11 ບົດ​ທາ​ບທາມ​ຄວາມ​ເຫັນ, ບັນດານັກ​ປະຖະກະຖາ​ໄດ້​ເຕື້ອງ​ເຖິງ​ແງ່​ມູມ​ເຕັກນິກ​ຂອງ FTA ​ລະຫວ່າງ EAEU ກັບ​ຫວຽດນາມ ​ເຊິ່ງລວມມີ: ​ເນື້ອ​ໃນ​ພື້ນຖານ, ວິວັດທະນາ​ການ​​ຫຼຸດ​ຜ່ອນ​ພາສີອາກອນ; ບັນດາ​ຂອບ​ເຂດ​ນິຕິ​ກຳ​ຂອງ​ສັນຍາ; ບັນດາ​ຜົນ​ປະ​ໂຫຍ​ດດ້ານ​ເສດ​ຖະກິດ ກໍ່​ຄືຄວາມ​ໝາຍ​ດ້ານ​ການ​ເມືອງ ​ແລະ ນະ​ໂຍບາຍ​ເຊິ່ງ FTA ນຳ​ມາ​ໃຫ້.

ຂ່າວ/ບົດ​ອື່ນ