ກອງປະຊຸມສຳມະນາກ່ຽວກັບການພັດທະນາລາວ-ກຳປູເຈຍ-ຫວຽດນາມແບບຍືນຍົງ

ກອງປະຊຸມສຳມະນາກ່ຽວກັບການພັດທະນາລາວ-ກຳປູເຈຍ-ຫວຽດນາມແບບຍືນຍົງ - ảnh 1

 (vovworld)- ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 28/10 ຢູ່​ເທດສະບານ ທາ່​ແຂກ ​ແຂວງ ຄຳ​ມ່ວນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ ມີບົດ​ປະກອບ​ຄຳ​ເຫັນ 14 ບົດ​ຂອງ​ບັນດາ​ນັກວິທະຍາສາດ ສາມ​ປະ​ເທດ ລາວ, ກຳ​ປຸູ​ເຈຍ ​ແລະ ຫວຽດນາມ ​ໂດຍ​ສຸມ​ໃສ່​ປືກສາ​ຫາລື​ບົດບາດ​ຂອງ​ວິທະຍາສາດ​ສັງຄົມ​ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ການ​ເຕີບ​ໂຕ​ເສດຖະກິດ​ກໍ​ຄື​ການ​ພັດທະນາ​ຂອງ​ເສດຖະກິດ​ສັງຄົມ​ຕິດ​ພັນ​ກັບ​ການ​ອະ​ນຸລັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ບົດບາດ​ຂອງ​ວັດທະນະທຳ​ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່ 3 ປະ​ເທດ. ບັນດາ​ບົດ​ປະກອບ​ຄຳ​ເຫັນ​ລ້ວນ​​ແຕ່​ເນັ້ນ​ຫນັກ​ວ່າ: ຢາກ​ພັດທະນາ​ເສດຖະກິດ​ຢ່າງ​ວ່ອງ​ໄວ ຕ້ອງ​ຮັບປະກັນ​ລັກ​ສະ​ນະ​ຍືນ​ຍົງ, ​ເພີ່ມ​ຈຳນວນ​​ແຕ່​ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບ, ຖື​ການ​ຮັກສາ​ສິ່ງ​ແວດ​ລ້ອມ​ເປັນ​ສຳ​ຄັນ, ​ການ​ເຕີບ​ໂຕ​ເສດຖະກິດ​ຕ້ອງ​ຕິດ​ພັນ​ກັບ​ການ​ພັດທະນາ​ວັດທະນະທຳ, ພັດທະນາ​ມະນຸດ​ຮອບດ້ານ, ປະຕິບັດ​ປະຊາທິປະ​ໄຕ, ກ້າວຫນ້າ ​ແລະ ຍຸ​ຕິ​ທຳ​ສັງຄົມ, ສ້າງ​ວຽກ​ເຮັດ​ງານ​ທຳ​​, ປັບປຸງ​ຊີວິດ​ການ​ເປັນ​ຢູຸ່ຂອງ​ປະຊາຊົນ, ສົ່ງ​ເສີມ​ການ​ສ້າງ​ຄວາມ​ຮັ່ງມີ​ຢ່າງ​ຖືກ​ຕ້ອງ​ກັບ​ກົດໝາຍ ​ແລະ ຍູ້​ໄວ​ກິດຈະການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ.

ຂ່າວ/ບົດ​ອື່ນ