ກອງປະຊຸມສຳມະນາກ່ຽວກັບການພົວພັນລະຫວ່າງອິນເດຍແລະຫວຽດນາມ

(VOVWORLD) -ວັນທີ 9 ມັງກອນ ຢູ່ ນະຄອນຫລວງ New Delhi, ກຸ່ມຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບມະຫາວິທະຍາໄລ Delhi ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ວ່າ: “ການພົວພັນລະຫວ່າງອິນເດຍ ແລະ ຫວຽດນາມ ໃນສະພາບການພູມສາດການເມືອງຢູ່ ມະຫາສະຫມຸດ ອິນເດຍ - ປາຊີຟິກພວມມີການປ່ຽນແປງ.

ກອງປະຊຸມສຳມະນາກ່ຽວກັບການພົວພັນລະຫວ່າງອິນເດຍແລະຫວຽດນາມ - ảnh 1 ທ່ານ ໂຕນຊິງແທ່ງເອກອັກຄັດລັດຖະທູດ ຫວຽດນາມ ປະຈຳອິນເດຍ

ພາບ:quocte.vn

ທີ່ກອງປະຊຸມສຳມະນາ, ທ່ານເອກອັກຄັດລັດຖະທູດ ຫວຽດນາມ ປະຈຳອິນເດຍ ໂຕນຊິງແທ່ງ ເນັ້ນຫນັກວ່າ: ການພົວພັນລະຫວ່າງຫວຽດນາມ ແລະ ອິນເດຍ ນັບມື້ນັບສຳຄັນສຳລັບສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງສອງປະເທດກໍຄືສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືໃນພາກພື້ນ ມະຫາສະຫມຸດອິນເດຍ - ປາຊີຟິກ. ອິນເດຍ ມີບົດບາດສຳຄັນແຖວຫນ້າຢູ່ ມະຫາສະຫມຸດອິນເດຍໃນຂະນະນັ້ນ ຫວຽດນາມ ຮັກສາທີ່ຕັ້ງພູມສາດການເມືອງສຳຄັນຢູ່ພາກພື້ນ ປາຊີຟິກ. ຫວຽດນາມ ແລະ ອິນເດຍ ລ້ວນແຕ່ນອນໃນພາກພື້ນພວມພັດທະນາຢ່າງແຮງ ແລະ ສອງຝ່າຍຄວນຍາດແຍ່ງກາລະໂອກາດນີ້ດ້ວຍວິທີເພີ່ມທະວີການຮ່ວມມືພ້ອມກັນພັດທະນາກວ່າອີກ.

        ບັນດານັກຮຽນຮູ້ເຂົ້າຮ່ວມກອງປະຊຸມສຳມະນາລ້ວນແຕ່ຖືວ່າ ຫວຽດນາມ ສວມບົດບາດສຳຄັນໃນນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງອິນເດຍ. ການພົວພັນຄູ່ຮ່ວມມືຍຸດທະສາດໄດ້ຮັບການຍົກສູງຂຶ້ນກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເປັນການພິສູດໃຫ້ເຫັນສາຍພົວພັນສອງຝ່າຍເຂັ້ມແຂງຄືປະຈຸບັນ. 

ຕອບກັບ

ຂ່າວ/ບົດ​ອື່ນ